Google Play Protect ແມ່ນຫຍັງ? ສາມາດເຮັດໃຫ້ Android ປອດໄພຂຶ້ນຈັ່ງໃດ?

Google Play Protect ແມ່ນຫຍັງ? ສາມາດເຮັດໃຫ້ Android ປອດໄພຂຶ້ນຈັ່ງໃດ?

Android ເປັນລະບົບປະຕິບັດການແບບລະບົບເປີດທີ່ນັກພັດທະນາສາມາດພັດທະນາຕໍ່ໄດ້ ແຕ່ການທີ່ເປັນລະບົບເປີດກໍເຮັດໃຫ້ມີຄວາມສ່ຽງໃນເລື່ອງຄວາມປອດໄພເພີ່ມຫລາຍຂຶ້ນ ຢ່າງເຊັ່ນແອັບແຝງມັນແວຣ໌, ແອັບລັກຂໍ້ມູນຕ່າງໆ… Google ກໍເລີຍເປີດຕົວ Google Play Protect ມາຮັກສາດ້ານຄວາມປອດໄພໃນລະບົບຂອງ Android. ມາເບິ່ງວ່າຄຸນສົມບັດນີ້ເຮັດໃຫ້ມືຖືເຮົາປອດໄພຂຶ້ນແບບໃດ.

Google Play Protect ຈະສະແກນໄວລັດມັນແວຣ໌ບໍ່ພຽງແຕ່ໃນ Play Store ແຕ່ຈະສະແກນທຸກແອບໃນມືຖື

ຖ້າຫາກທ່ານຢາກຮູ້ວ່າ Google Play Protect ເຮັດຫຍັງກັບເຄື່ອງເຮົາຢູ່ກໍເຂົ້າທີ່ Play Store >> ເລືອກ ແອັບແລະ ເກມຂອງຂ້ອຍ ແລ້ວສັງເກດລາຍການເທິງສຸດຈະເຫັນລາຍງານການສະແກນແອັບປະກົດຢູ່ດ້ານເທິງຖ້າຂຶ້ນວ່າ ບໍ່ພົບບັນຫາ ສະແດງວ່າພາຍໃນເຄື່ອງນີ້ແອັບທີ່ຕິດຕັ້ງທັງຫມົດໃນເຄື່ອງເຮົາບໍ່ມີແອັບອັນຕະລາຍປະປົນຢູ່ ແລະຮູ້ຫຼືບໍ່ວ່າ Google Play Protect ສະແກນແອັບທັງຫມົດກວ່າ 50ພັນລ້ານແອບໃນມື້ດຽວແລະເຮັດແບບນີ້ທຸກໆມື້ທັງພາຍໃນ Play Store ແລະແອັບອື່ນທີ່ຕິດຕັ້ງນອກ Play Store ດ້ວຍໂດຍໃຊ້ Machine Learning 

Google Play Protect ກັບການຊອກຫາໂທລະສັບມືຖືເສຍຫລືຖືກລັກດ້ວຍ Find my Device

ນອກເຫນືອຈາກການສະແກນແອັບອັນຕະລາຍແລ້ວຍັງໃຫ້ຄວາມສໍາຄັນໃນກໍລະນີໂທລະສັບມືຖືຂອງທ່ານເສຍຫາຍ ຫຼືຖືກລັກກໍມີຟີເຈີ Find my Device ໃນການຕາມຫາມືຖືເສຍຫາຍ ຫຼືຖືກລັກທັງໃນສ່ວນການສົ່ງສຽງມືຖື, ສົ່ງຂໍ້ຄວາມຖາມຄົນທີ່ເກັບມືຖື, ການຫາມືຖືຜ່ານທາງ GPS ພ້ອມສະແດງສະຖານະແບດເຕີລີ່ຂອງແຕ່ລະອຸປະກອນດ້ວຍ ແລະສາມາດສັ່ງປ່ຽນລະຫັດຜ່ານມືຖື ແລະ ສາມາດສັ່ງລົບຂໍ້ມູນໄດ້ໃນກໍລະນີທີ່ຢາກໄດ້ມືຖືຄືນ ເພື່ອປ້ອງກັນຂໍ້ມູນສຳຄັນໃນມືຖືບໍ່ໃຫ້ຖືກເຜີຍແພ່ ຫຼືຕົກໃນມືຂອງຄົນອື່ນ.

Google Play Protect ຊ່ວຍປົກປ້ອງບໍ່ໃຫ້ທ່ານເຂົ້າເຖິງເວັບອັນຕະລາຍ

ໂດຍໄດ້ປະສານລວມເຂົ້າກັບ Chrome ຊຶ່ງເປັນເວັບບລາວເຊີໃນມືຖື Android ເພື່ອໃຫ້ທ່ານປອດໄພຈາກມັນແວຣ໌ໃນເວັບຖ້າຫາກພົບສິ່ງທີ່ເປັນອັນຕະລາຍໃນເວັບໄຊທີ່ທ່ານກຳລັງເຂົ້າຢູ່ຈະໄດ້ຮັບຄໍາເຕືອນເປັນສີແດງແບບນີ້ ໃຫ້ຮູ້ວ່າເປັນເວັບອັນຕະລາຍພ້ອມຄໍາແນະນໍາໃຫ້ທ່ານລະມັດລະວັງ ແລະທ່ອງເວັບໄດ້ອຍ່າງປອດໄພດ້ວຍດ້ວຍ Chrome ທີ່ເຝົ້າເບິ່ງກິດຈະກໍາທີ່ຫນ້າສົງໄສລະຫວ່າງການດຳເນີນການເຂົ້າເວັບແລະເຮັດການ Blockທັນທີຖ້າມີການກວດພົບ.

ທັງຫມົດນີ້ແມ່ນບົດບາດຂອງ Google Play Protect ໃນມືຖື Android ທີ່ຈະຊ່ວຍໃຫ້ທ່ານໃຊ້ມືຖື Android ໄດ້ຢ່າງປອດໄພ.

 

0Shares

Be the first to comment

Leave a Reply

Your email address will not be published.


*