ຮູ້ບໍ່ວ່າ Windows 10 ມີໂປລແກລມຕັດຕໍ່ວີດີໂອຟຼີໃນຕົວແລ້ວ ດ້ວຍ Story Remix

ຫາກເວົ້າເຖິງຊອບແວຣ໌ຕັດຕໍ່ວີດີໂອຟຼີ ຈາກ Microsoft ກໍຈະຄິດຫາໂປລແກລມເກົ່າຢ່າງ Windows Movie Maker ທີ່ນໍາມາຕັດຕໍ່ແລ້ວແຊຣ໌ໃນ Youtube ຫຼືໂພສທ໌ລົງໂຊຊຽວຕ່າງໆແຕ່ກໍເປັນໂປລແກລມເກົ່າຫລາຍປີແລ້ວ ແຕ່ກໍຍັງໄດ້ຮັບຄວາມນິຍົມຢູ່. ແຕ່ທ່ານຮູ້ຫຼືບໍ່ວ່າ Microsoft ມີໂປລແກລມຕັດຕໍ່ວີດີໂອແບບໃຫມ່ໃຫ້ທ່ານແລ້ວ ແລະ ບໍ່ຕ້ອງໂຫລດຢ່າງອື່ນເພີ່ມເພາະຢູ່ໃນຕົວ Windows 10 ລຸ້ນໃຫມ່ຫຼ້າສຸດນັ້ນເລີຍ. ມີຊື່ວ່າ Story Remix ນັ້ນເອງແລະມີມາຕັ້ງແຕ່ປີ 2017 ມາແລ້ວ ຫຼືຍຸກ Update Windows 10 Creator

ແນ່ນອນທ່ານຈະ search ຫາແອັບນັ້ນບໍ່ເຫັນ ເພາະຟີເຈີນີ້ຢູ່ໃນສ່ວນຂອງແອັບ Photos ນັ້ນເອງນັ້ນຫມາຍຄວາມວ່າທັນທີທີ່ທ່ານ copy ໄຟລ໌ພາບ ຫຼືວີດີໂອໃນຄອມ, ຈັດການເປັນໂຟລເດີຮ້ອຍຮ້ອຍສາມາດທີ່ຈະເອົາໂຟລເດີນັ້ນຜ່ານທາງແອັບ Photos ມາເຮັດເປັນວີດີໂອໄດ້ທັນທີ.

ການຕັດຕໍ່ດ້ວຍແອັບໃຫມ່ນັ້ນບໍ່ຍາກເລີຍໂດຍໃຊ້ຂະບວນການ AI ວິເຄາະຮູບ ແລະ ວີດີໂອຈັດຮຽງໃສ່ເພງໃສ່ຟິລເຕີແລ້ວພ້ອມທີ່ຈະ export ເປັນຄລິບໄດ້ເລີຍບໍ່ຕ້ອງຕັດຕໍ່ເທື່ອລະຄລິບດ້ວຍຕົນເອງຄືແຕ່ກ່ອນຖ້າຫາກບໍ່ພໍໃຈທີ່ຈະປ່ຽນເພງ ກໍປັບເວລາປັບຄລິບໃຫ້ຈົບພໍດີກັບເພງອັດໂນມັດໄດ້. ທີ່ສໍາຄັນຮອງຮັບການໃສ່ວຽກ 3 ມິຕິລົງພາຍໃນຕົວວີດີໂອໄດ້ອີກດ້ວຍ

ທັງນີ້ແນະນໍາໃຫ້ເຮັດການອັບເດດ Windows 10 ໃຫ້ເປັນເວີຊັ່ນຫຼ້າສຸດກ່ອນແລ້ວຈະໄດ້ຕົວຕັດຕໍ່ວີດີໂອ Story Remix ໃນແອັບ Photos ໃຫ້ອີກດ້ວຍ. (ທັງຫມົດເກົ່າສຸດກໍເປັນ Windows 10 Creator Update ເຊິ່ງສັງເກດງ່າຍໆຄື Windows 10 ຕ້ອງມີແອັບ Paint 3D ມາພ້ອມ)

1Shares

Be the first to comment

Leave a Reply

Your email address will not be published.


*