ໄອໂຟນພົບບັນຫາໃຫຍ່ ເມື່ອຈີນຫ້າມບໍ່ໃຫ້ຈຳໜ່າຍ

ສືບເນື່ອງມາຈາກຄວາມຂັດແຍ້ງດ້ານເສດຖະກິດ ໂດຍສະເພາະກຳແພງພາສີທີ່ສູງເກີນຄວາມຈຳເປັນຂອງສອງປະເທດ ຈີນ ແລະອາເມລິກາ, ປະຈຸບັນຈີນຫ້າມຈຳໜ່າຍຜະລິດຕະພັນໄອໂຟນທີ່ເປັນສິນຄ້າໄດ້ປຽບຂອງອາເມລິກາ ໃນ ສປ ຈີນ ເຊິ່ງສົ່ງຜົນກະທົບບໍ່ໜ້ອຍຕໍ່ຕະຫຼາດຮຸ້ນຂອງອາເມລິກາໃນໄລຍະເລີ່ມແລກແຮກໝານປີ 2019 ນີ້.    

ສຳນັກຂ່າວເອພີລາຍງານໃນວັນທີ 3 ມັງກອນ 2019 ນີ້ວ່າ ທີມຄຸກ ຊີອີໂອ ບໍລິສັດແອັບເປີ້ນ ຍັກໃຫຍ່ແຫ່ງ ວົງການເທັກໂນໂລຊີ ການສື່ສານແຫ່ງສະຫະລັດອາເມລິກາ ເຈົ້າຂອງຜະລິດຕະພັນ ໄອໂຟນ ສົ່ງຈົດໝາຍແຈ້ງຜູ້ຖືຮຸ້ນທັນທີ ຫຼັງຈາກທີ່ຕະຫຼາດຫຼັກຊັບປີດ ວັນທີ 2 ​ມັງກອນວ່າ ລາຍໄດ້ໃນໄຕມາດສຸດທ້າຍຂອງປີ 2561 ຕົກຕໍ່າລົງກວ່າທີ່ຄາດຫວັງໄວ້ ເນື່ອງຈາກພົບບັນຫາໃນຕະຫຼາດຈີນ.

ແອບເປີ້ນປະເມີນລາຍໄດ້ໃໝ່ໃນຊ່ວງເດືອນຕຸລາ ແມ່ນຈະຢູ່ທີ 84.000 ລ້ານໂດລາ ຈາກເດີມທີ່ຄາດການໄວ້ວ່າຈະສູງກວ່າ 9% ຫຼື ເທົ່າກັບ 91.300 ລ້ານໂດລາ. ທີມຄຸກ ແຈ້ງວ່າ ລາຍໄດ້ຕົກລົງຢ່າງເຫັນໄດ້ຊັດເຈນຢູ່ໃນຕະຫຼາດຈີນ. ນອກຈາກເສດຖະກິດຈະຊະລໍລົງໃນເຄິ່ງປີຫຼັງ ແລ້ວຍັງພົບກັບຄູ່ແຂ່ງໃນປະເທດຈີນ ເຊັ່ນ ຫົວເຫວີຍ ແລະ ສ່ຽວໝີ່ ນອກນັ້ນຍັງພົບບັນຫາ ປະທານາທິບໍດີ ໂດນັນ ທຣັມ  ເພີ່ມຄວາມຕຶງຄຽດ ໂດຍການຕັ້ງພາສີ ສິນຄ້າຈາກຈີນ 2 ແສນ ໂດລາສະຫະລັດ ເຖິງແມ່ນວ່າຈະສັ່ງພັກສົງຄາມໄວ້ຊົ່ວຄາວ ແລະ ຍັງບໍ່ສົ່ງຜົນກະທົບໂດຍກົງກໍ່ຕາມ ແຕ່ສ້າງແຮງກົດດັນຕໍ່ເສດຖະກິດຈີນ ເພີ່ມຂື້ນໄວກວ່າເກົ່າ.

ລາຄາຮຸ້ນຂອງ ແອັບເປີ້ນ ດິ່ງລົງ 7% ເຫຼືອ 146,40 ໂດລາ ເມື່ອທຽບໃສ່ແຕ່ກ່ອນ ທີ່ຮຸ້ນຂື້ນສູງ ຕອນຕົ້ນເດືອນຕຸລາ ທີ່ນັກລົງທຶນເຊື່ອວ່າ ໄອໂຟນໂຕໃໝ່ ຈະສ້າງລາຍໄດ້ສູງ ມາຮອດຕອນນີ້ນັບວ່າ ຕົກລົງໄປອີກ 32% ຈາກສະຖານະການນີ້ ຈະເຮັດໃຫ້ມູນຄ່າຕະຫຼາດຂອງບໍລິສັດ ແອັບເປີ້ນ ຫາຍໄປເຖິງ 55.000 ລ້ານ ໂດລາ.

0Shares

Be the first to comment

Leave a Reply

Your email address will not be published.


*