Apple

ໄອໂຟນພົບບັນຫາໃຫຍ່ ເມື່ອຈີນຫ້າມບໍ່ໃຫ້ຈຳໜ່າຍ

ສືບເນື່ອງມາຈາກຄວາມຂັດແຍ້ງດ້ານເສດຖະກິດ ໂດຍສະເພາະກຳແພງພາສີທີ່ສູງເກີນຄວາມຈຳເປັນຂອງສອງປະເທດ ຈີນ ແລະອາເມລິກາ, ປະຈຸບັນຈີນຫ້າມຈຳໜ່າຍຜະລິດຕະພັນໄອໂຟນທີ່ເປັນສິນຄ້າໄດ້ປຽບຂອງອາເມລິກາ ໃນ ສປ ຈີນ ເຊິ່ງສົ່ງຜົນກະທົບບໍ່ໜ້ອຍຕໍ່ຕະຫຼາດຮຸ້ນຂອງອາເມລິກາໃນໄລຍະເລີ່ມແລກແຮກໝານປີ 2019 ນີ້.     ສຳນັກຂ່າວເອພີລາຍງານໃນວັນທີ 3 ມັງກອນ 2019 ນີ້ວ່າ ທີມຄຸກ ຊີອີໂອ ບໍລິສັດແອັບເປີ້ນ ຍັກໃຫຍ່ແຫ່ງ ວົງການເທັກໂນໂລຊີ ການສື່ສານແຫ່ງສະຫະລັດອາເມລິກາ ເຈົ້າຂອງຜະລິດຕະພັນ ໄອໂຟນ ສົ່ງຈົດໝາຍແຈ້ງຜູ້ຖືຮຸ້ນທັນທີ ຫຼັງຈາກທີ່ຕະຫຼາດຫຼັກຊັບປີດ ວັນທີ 2 ​ມັງກອນວ່າ ລາຍໄດ້ໃນໄຕມາດສຸດທ້າຍຂອງປີ 2561 ຕົກຕໍ່າລົງກວ່າທີ່ຄາດຫວັງໄວ້ ເນື່ອງຈາກພົບບັນຫາໃນຕະຫຼາດຈີນ. ແອບເປີ້ນປະເມີນລາຍໄດ້ໃໝ່ໃນຊ່ວງເດືອນຕຸລາ […]

IT Support

ອາຊີບ IT Support ເຮັດຫຍັງແນ່ແລະມີຄວາມສຳຄັນແນວໃດ

IT Support ເປັນອາຊີບທີ່ທຸກບໍລິສັດຫັນມາໃຫ້ຄວາມສຳຄັນກັນຫລາຍ ເນື່ອງຈາກປະຈຸບັນ IT ໄດ້ເຂົ້າມາມີບົດບາດໃນດ້ານຕ່າງໆກັບບໍລິສັດຫລາຍຂື້ນ ໃນບາງທຸລະກິດ IT ກາຍມາເປັນພາກສວ່ນຂັບເຄື່ອນຫລັກໃຫ້ກັບອົງກອນ. ສ້າງນະວັດນະກຳໃຫມ່ໆໃຫ້ກັບອົງກອນ. ປ່ຽນແປງສິ່ງຕ່າງໆໃຫ້ງ່າຍຂຶ້ນໂດຍນຳໃຊ້ເທັກໂນໂລຢີບໍລິການ IT Support ແມ່ນການເຂົ້າໄປຊວ່ຍເຫລືອລູກຄ້າທາງດ້ານຕ່າງໆເມື່ອເກີດບັນຫາບໍວ່າຈະເປັນບັນຫາທີ່ເກີດຈາກ Hardware ມີບັນຫາ, Software ໃຊ້ບໍໄດ້, Network ໃຊ້ງານແລ້ວຕິດຂັດ,ເຂົ້າເນັດເວີກບໍໄດ້, Internet ຊ້າ ຫລື ຫລຸດຕະຫລອດ, ຫລືບັນຫາທີ່ບໍຮູ້ຕົ້ນປາຍສາເຫດວ່າເກີດຫຍັງຂື້ນແລະບໍຮູ້ຈະອະທິບາຍຈັ່ງໃດ IT Support ຈະເຂົ້າໄປວິເຄາະຫາສາເຫດຂອງບັນຫານັ້ນໆ ເພື່ອປະເມີນແລະວິເຄາະເຖິງບັນຫາແລະຫາທາງແກ້ຕໍ່ໄປ. ຊວ່ຍປ້ອງກັນບັນຫາທີ່ເກີດຂື້ນໃນອະນາຄົດໄດ້ອີກ. IT Support ສາມາດແບ່ງອອກເປັນ 2 ສາຍ […]

facebook

ຄໍາແນະນໍາສໍາລັບການຮັກສາບັນຊີ facebook ຂອງທ່ານໃຫ້ປອດໄພ

ເຟສບຸກແມ່ນເວັບໄຊທ໌ຫຼື app ທີ່ທ່ານໃຊ້ເກືອບທຸກໆມື້. ເພື່ອໃຫ້ສື່ສານກັບຫມູ່ເພື່ອນ, ຍາດພີ່ນ້ອງ, ຄົນທີ່ມີຊື່ສຽງ, ຫຼືວ່າຮ້ານຄ້າອອນໄລນ໌. ລວມທັງການແບ່ງປັນຜົນປະໂຫຍດຂອງຕົນເອງແມ່ນສະດວກ. ມັນເປັນສິ່ງສໍາຄັນທີ່ຈະຮັກສາບັນຊີຂອງທ່ານປອດໄພ, ແລະສິ່ງທີ່ສໍາຄັນຖ້າບັນຊີຂອງທ່ານຖືກລັກແລ້ວມັນກໍ່ມີເທົ່າກັບໂຈນທີ່ເປັນມີຕົວຕົນ ແລະຄວາມສ່ຽງທີ່ຖືກປະກົດຂຶ້ນຢ່າງບໍ່ຄາດຄິດ. ຫນ້າທີ່ຂອງທຸກໆຄົນໃນໂລກອອນລາຍເພື່ອຮັກສາຂໍ້ມູນຂອງເຂົາເຈົ້າເອງແມ່ນປອດໄພສະເຫມີ, ດັ່ງນັ້ນປະຕິບັດຕາມຂັ້ນຕອນໃນການຮັກສາແລະປົກປ້ອງຂໍ້ມູນແລະບັນຊີຜູ້ໃຊ້ຂອງທ່ານ. ມັນຈຶ່ງເປັນເລື່ອງສໍາ​ຄັນ​ຫຼາຍ.   ໄປທີ່ Settings> General> Security and sign-in. ຄຸນນະສົມບັດນີ້ສະແດງໃຫ້ທ່ານເຫັນບ່ອນທີ່ທ່ານເຂົ້າສູ່ບັນຊີ. ນີ້ແມ່ນມີຜົນປະໂຫຍດໂດຍສະເພາະຖ້າທ່ານເຂົ້າສູ່ເຟສບຸກຜ່ານຄອມພິວເຕີສາທາລະນະຫຼືອຸປະກອນຂອງຄົນອື່ນ. ໂດຍສະແດງຂໍ້ມູນການເຂົ້າເຖິງແຕ່ລະບັນຊີ, ມັນປະກອບມີວັນທີ, ເວລາ, ສະຖານທີ່ແລະປະເພດອຸປະກອນ. ຖ້າທ່ານເຫັນສະຖານທີ່ທີ່ທ່ານບໍ່ຮູ້ຢູ່ໃນສະຖານທີ່ທໍາອິດ, ໃຫ້ກວດເບິ່ງວ່າມັນເຊື່ອມຕໍ່ກັບອຸປະກອນມືຖືຂອງທ່ານ. ຖ້າທ່ານບໍ່ຮູ້ສະຖານທີ່ແລະບໍ່ໄດ້ເຊື່ອມຕໍ່ກັບໂທລະສັບຂອງທ່ານ. ອາດຈະເປັນຍ້ອນວ່າທ່ານລືມທີ່ຈະອອກຈາກໂທລະສັບມືຖືຄົນອື່ນ. ຫຼືຜູ້ອື່ນສາມາດເຂົ້າເຖິງບັນຊີຂອງທ່ານໄດ້. ໃນທັງສອງກໍລະນີ ສິ່ງທໍາອິດທີ່ທ່ານຄວນເຮັດຄືອອກຈາກບັນຊີຂອງທ່ານແລະຮັກສາຄວາມປອດໄພບັນຊີຂອງທ່ານໂດຍການປ່ຽນລະຫັດຜ່ານຂອງທ່ານ. ຕັ້ງຄ່າແຈ້ງເຕືອນກ່ຽວກັບອຸປະກອນທີ່ບໍຮູ້ຈັກເພື່ອຊວ່ຍໃຫ້ການຕິດຕາມອຸປະກອນທີ່ທ່ານໃຊ້ໃນການເຂົ້າເຖິງບັນຊີແຟດບຸກເປັນເລື່ອງງ່າຍຂຶ່ນຄວນສະໝັກໃຊ້ການແຈ້ງເຕືອນການເຂົ້າສູ່ລະບົບເພື່ອຮັບການແຈ້ງເຕືອນເມື່ອມີຄົນພະຍາຍາມເຂົ້າລ໋ອກເຂົ້າເຖິງບັນຊີຂອງທ່ານຈາກອຸປະກອນໃຫມ່ຫລືວ່າອຸປະກອນທີ່ບໍ່ຮູ້ຈັກເມື່ອທ່ານເລີ່ມໃຊ້ຟັງຊັນນີ້ແລ້ວ.ທ່ານຈະໄດ້ຮັບການແຈ້ງເຕືອນຜ່ານບັນຊີຜູ້ໃຊ້ […]

Microsoft

ຮູ້ບໍ່ວ່າ Windows 10 ມີໂປລແກລມຕັດຕໍ່ວີດີໂອຟຼີໃນຕົວແລ້ວ ດ້ວຍ Story Remix

ຫາກເວົ້າເຖິງຊອບແວຣ໌ຕັດຕໍ່ວີດີໂອຟຼີ ຈາກ Microsoft ກໍຈະຄິດຫາໂປລແກລມເກົ່າຢ່າງ Windows Movie Maker ທີ່ນໍາມາຕັດຕໍ່ແລ້ວແຊຣ໌ໃນ Youtube ຫຼືໂພສທ໌ລົງໂຊຊຽວຕ່າງໆແຕ່ກໍເປັນໂປລແກລມເກົ່າຫລາຍປີແລ້ວ ແຕ່ກໍຍັງໄດ້ຮັບຄວາມນິຍົມຢູ່. ແຕ່ທ່ານຮູ້ຫຼືບໍ່ວ່າ Microsoft ມີໂປລແກລມຕັດຕໍ່ວີດີໂອແບບໃຫມ່ໃຫ້ທ່ານແລ້ວ ແລະ ບໍ່ຕ້ອງໂຫລດຢ່າງອື່ນເພີ່ມເພາະຢູ່ໃນຕົວ Windows 10 ລຸ້ນໃຫມ່ຫຼ້າສຸດນັ້ນເລີຍ. ມີຊື່ວ່າ Story Remix ນັ້ນເອງແລະມີມາຕັ້ງແຕ່ປີ 2017 ມາແລ້ວ ຫຼືຍຸກ Update Windows 10 Creator ແນ່ນອນທ່ານຈະ search ຫາແອັບນັ້ນບໍ່ເຫັນ ເພາະຟີເຈີນີ້ຢູ່ໃນສ່ວນຂອງແອັບ Photos […]

ຂ່າວໄອທີ

10 ວິທີງ່າຍໆໃນການບໍາລຸງຮັກສາຄອມພິວເຕີຂອງທ່ານ

ຄອມພິວເຕີເປັນທັງເຄື່ອງມືໃນການເຮັດວຽກ ແລະ ແຫຼ່ງເກັບກຳຂໍ້ມູນສໍາຄັນທີ່ຂາດບໍ່ໄດ້. ດັ່ງນັ້ນ, ຄອມພິວເຕີເປັນສິ່ງທີ່ສໍາຄັນຫລັກໆໃນການເຮັດວຽກກໍວ່າໄດ້. ຍິ່ງພວກເຮົາໃຊ້ຄອມພິວເຕີໃນການເຮັດວຽກຫລາຍເທົ່າໄດຍິ່ງຕ້ອງການຄອມພິວເຕີໃນສະເປັກທີ່ສູງຂຶ້ນເພື່ອຮອງຮັບການໃຊ້ວຽກລາຄາກໍສູງຂຶ້ນໄປນຳ ແລ້ວຖ້າເຮົາຢາກບໍາລຸງຮັກສາຄອມພິວເຕີໃຫ້ໃຊ້ໄປໄດ້ດົນໆຕ້ອງເຮັດແບບໃດ???? 1 ເຮັດຄວາມສະອາດຄອມພິວເຕີ: ເລີ່ມຈາກການຖອດປັ໊ກໄຟກ່ອນ ແລະ ເຮັດຄວາມສະອາດໂດຍໃຊ້ຜ້າສະອາດຈຸບນ້ໍາ ຫຼືນ້ໍາຢາສຳລັບເຮັດຄວາມສະອາດຄອມພິວເຕີ, ເຊັດສ່ວນຕ່າງໆທີ່ເປັນຕົວເຄື່ອງຫລືກອບຫນ້າຈໍ, ເມົ້າ, ຄີບອດ ລວມເຖິງສາຍໄຟຄອມພິວເຕີ… 2 ເປົ່າຝຸ່ນ ຫລືກໍາຈັດຝຸ່ນທີ່ຢູ່ໃນຕົວເຄື່ອງ: ສໍາຫລັບວິທີນີ້ແນະນໍາໃຫ້ໃຊ້ແປງທະສີທີ່ມີຂົນອ່ອນ ໆ ອາດຈະເປັນແປງດ້າມໄມ້ໄຜ່ຫາຊື້ໄດ້ຕາມຮ້ານວັດສະດຸກໍ່ສ້າງ ເພາະຫນ້າຈໍຫລືຕົວເຄື່ອງບາງລຸ້ນຖ້າຫາກໃຊ້ແປງທີ່ມີຂົນຫນາອາດຈະເຮັດໃຫ້ເປັນຮອຍໄດ້ ຢ່າລືມໃສ່ຜ້າອັດປາກອັດດັງກ່ອນເຮັດຄວາມສະອາດ ຖ້າໃຜມີເຄື່ອງເປົ່າຝຸ່ນ ຫລືເປົ່າລົມສາມາດເປົ່າເຄື່ອງໄດ້ ເພື່ອໄລ່ຝຸ່ນອອກຈາກຄອມພິວເຕີ 3 ກວດເຊັກຄວາມຮຽບຮ້ອຍພາຍໃນຕົວເຄື່ອງຄອມພິວເຕີ: ຕ້ອງເຮັດການເປີດຝາເຄື່ອງຄອມພິວເຕີໂດຍຈະຕ້ອງໄຂນັອດທີ່ລັອກຝາຂ້າງຢູ່, ຄວນກວດເຊັກພັດລົມລະບາຍຄວາມຮ້ອນ ແລະ ສາຍໄຟທີ່ຢູ່ພາຍໃນ ວ່າຍັງຢູ່ໃນສະພາບທີ່ໃຊ້ວຽກໄດ້ດີຢູ່ຫລືບໍ່ […]

Opensource

ວິທີການປ່ຽນໄຟລ໌ເອກສານ PDF ເປັນໄຟລ໌ຮູບ JPG ໄດ້ທັນທີຜ່ານທາງເວັບ

ຫຼາຍທ່ານໜ້າຈະເຄີຍເຮັດມາແລ້ວກ່ຽວກັບການນໍາສະເຫນີສະໄລ powerpoint ມາປ່ຽນເປັນ JPG ໄດ້ມາແລ້ວ. ແຕ່ຖ້າຫາກຕ້ອງການສະໄລທີ່ເປັນ PDF ມາເປັນຮູບພາບຈະເຮັດແບບໃດດີເຮົາກໍບໍ່ມີ Adobe Acrobat ຕົວເຕັມມີແຕ່ Adobe Reader ເທົ່ານັ້ນຊຶ່ງສາມາດເຮັດໄດ້ພຽງແຕ່ ປ່ຽນໄຟລ໌ PDF ມາເປັນ word ຫະລື Excel ມື້ນີ້ມີຄໍາຕອບແຖມບໍ່ຕ້ອງຕິດຕັ້ງໂປລແກລມໃດໆລົງໃນຄອມພິວເຕີຂອງທ່ານດ້ວຍສາມາດໃຊ້ວິທີທີ່ແນະນໍານີ້ໄດ້ເລີຍຟຼີໆ!!! ເວັບໄຊທີ່ແນະນໍາມື້ນີ້ຊື່ວ່າ https://pdf2jpg.net/ ເວັບໄຊປ່ຽນໄຟລ໌ເອກເອກສານ PDF ກາຍເປັນໄຟລ໌ພາບ JPG ໄດ້ຜ່ານທາງເວັບຢ່າງວ່ອງໄວ ວິທີການມີຄື: ເຂົ້າເວັບ https://pdf2jpg.net/ ຈາກນັ້ນຄລິກ Choose a PDF […]

ຂ່າວໄອທີ

ແກ້ໄຂໄຟລ໌ PDF ແບບອອນລາຍນ໌ໂດຍ PDFescape

ແກ້ໄຂໄຟລ໌ PDF ຫຼາຍໆທ່ານຈະຄິດຫາໂປຼແກຼມ Adobe Acrobat ໃນການໂຫຼດໂປຼແກຼມເພື່ອເປີດອ່ານ ແລະແກ້ໄຂ ເຊິ່ງຟີເຈີການແກ້ໄຂນັ້ນຕ້ອງຊື້ຊອບແວຣ໌ແທ້ອີກ ແຕ່ສຳລັບການແກ້ໄຂໄຟລ໌ທີ່່ຈະເປີດເຜີຍໃນບົດຄວາມນີ້ທ່ານສາມາດເຮັດໄດ້ເລີຍທັນທີ, ບໍ່ຕ້ອງລົງໂປລແກລມພຽງແຕ່ໃຫ້ມີການເຊື່ອມຕໍ່ອິນເຕີເນັດ ແລະ ລັນດ້ວຍເວັບບຼາວເຊີເທົ່ານັ້ນ. ໂດຍສາມາດແກ້ໄຂໄຟລ໌ PDF ໄດ້ດ້ວຍເວັບໄຊ PDFescape . PDFescape ( pdfescape.com ) ເປັນເວັບໄຊສໍາຫລັບແກ້ໄຂໄຟລ໌ PDF ໃນອອນລາຍເວັບບຼາວເຊີໃຊ້ໄດ້ທັນທີໂດຍບໍ່ຕ້ອງລົງແອັບ, ລົງໂປລແກລມໃນຄອມກ່ອນ ແລະ ສາມາດແກ້ໄຂໄຟລ໌ໄດ້ຟຼີອີກດ້ວຍເມື່ອເຂົ້າເວັບໄຊແລ້ວກໍຄລິກທີ່ Free Online ເພື່ອເຂົ້າສູ່ໂປລແກລມແກ້ໄຂໄຟ PDF ໄດ້ເລີຍ. ທ່ານສາມາດຄລິກ Upload PDF […]

Apple

ລວມແອັບທີ່ເຮັດໃຫ້ iPhone ຂອງທ່ານເຮັດວຽກຮ່ວມກັບຄອມ Windows ໄດ້ເປັນຢ່າງດີ

ໃຜທີ່ໃຊ້ iPhone ເຊິ່ງເປັນສະມາດໂຟນທີ່ຈັດຢູ່ໃນເກນລາຄາແພງ. ນອກຈາກຈະໄວ້ໃຊ້ເວັບໄຊ, ຫຼິ້ນເກມ,ເບິ່ງໜັງຫຼືແຊດທ໌ກັບໝູ່ເພື່ອນແລ້ວຍັງຕ້ອງໃຊ້ໃນການເຮັດວຽກດ້ວຍ ເຊິ່ງໂດຍທົ່ວໄປ iPhone ເຮັດວຽກເຂົ້າກັນໄດ້ດີກັບຜະລິດຕະພັນ Apple ເຊັ່ນ: Apple Watch ແລະ ຕະກຸກພວກ MacOS ແຕ່ເຊື່ອວ່າມີເປັນຜູ້ໃຊ້ຄອມພິວເຕີPCເຊັ່ນ Windows ຈາກ Microsoft ຫຼາຍກວ່າ. ດັ່ງນັ້ນ, ບົດຄວາມນີ້ຈຶ່ງລວມແອັບທີ່ເຮັດໃຫ້ iPhone ເຮັດວຽກຮ່ວມກັບຄອມ Windows 10 ໄດ້ຍ່າງລົງຕົວຕົວ ກາຍເປັນ Microsoft Phone ໃນ iPhone ແບບນີ້ເລີຍ. ແອັບ Outlook […]

Apple

ວິທີການສົ່ງຮູບພາບຈາກໂທລະສັບມືຖືໄປທີ່ເຄື່ອງຄອມພິວເຕີ Windows ໂດຍບໍ່ຕ້ອງໃຊ້ Bluetooth ແລະ ອີນເຕີເນັດ

ຖ້າທ່ານຕ້ອງການສົ່ງໄຟລ໌ຮູບພາບລະຫວ່າງໂທລະສັບຂອງທ່ານ ກັບຄອມພິວເຕີ້ທີ່ເປັນ Windows ຫຼາຍທ່ານອາດຄິດວ່າການຖອດແລະສຽບສາຍ USB ຫຼື ບາງຄົນກໍ່ຄິດເຖິງການສົ່ງຂໍ້ມູນແບບໄຮ້ສາຍກັບບູທູດ ເຊິ່ງມັນອາດຈະບໍ່ສະດວກ. ປະຈຸບັນ Microsoft ໄດ້ປ່ອຍ App ໃຫມ່ທີ່ມີຄຸນສົມບັດເປັນ AirDrop ຂອງ Apple ທີ່ສະຫນັບສະຫນູນທັງລະບົບ iOS ແລະ Android ໂດຍແອບຊື່ຫວາ Photos Companion app. ແອັບທີ່ຢາກໃຫ້ທ່ານລອງໂຫລດມາທົດລອງນີ້ເອີ້ນວ່າ Photos Companion, app ນີ້ສາມາດສົ່ງແລະຮັບຮູບພາບໄດ້ລະຫວ່າງໂທລະສັບແລະຄອມພິວເຕີຂອງທ່ານໄດ້ສະດວກຂຶ້ນໂດຍມັນຈະສົ່ງຂໍ້ມູນຜ່ານ Wi-Fi ນີ້ເອງ. ວິທີການແມ່ນສົ່ງໄຟລຮູບພາບຜ່ານທາງເອບ Photos Companion ຂອງລະບົບ […]

Apple

ວິທີສົ່ງໄຟລ໌ຂະຫນາດໃຫຍ່ຫຼາຍ Gigabyte (GB) ໄດ້ທຸກອຸປະກອນທັງໃນມືຖື ແລະ ຄອມພິວເຕີ

ຖ້າຫາກເວົ້າເຖິງການສົ່ງໄຟລ໌ຂະຫນາດໃຫຍ່ ຫຼາຍທ່ານອາດຈະເຄີຍໃຊ້ເວັບໄຊພວກ Google Drive, OneDrive, dropbox, box, ແລະ ອີກເວັບໜຶ່ງແມ່ນ wetransfer ໃນການອັບໂຫຼດໄຟລ໌ແລ້ວສົ່ງໄປຫາໝູ່ເພື່ອນຂອງທ່ານທາງອີເມວແຕ່ກໍຕ້ອງໃຊ້ພື້ນທີ່ຂອງເຮົາອີກດ້ວຍ ແລະ wetransfer ເຖິງວ່າຈະອັບໄດ້ແຕ່ກໍເຮັດໄດ້ພຽງແຕ່ໃນຄອມພິວເຕີ ແຕ່ໃນມືຖືກໍເຮັດບໍ່ໄດ້ ແຕ່ເຮົາມີວິທີ ທີ່ທ່ານສາມາດສົ່ງໄຟລ໌ຂະຫນາດໃຫຍ່ໄດ້ແບບວ່ອງໄວແລະພຽງພໍທີ່ຈະສົ່ງໄຟລ໌ 4K ໄປຫາໝູ່ເພື່ອນໄດ້ຢ່າງສະບາຍ ໂດຍບໍ່ຕ້ອງຈ່າຍເງິນເພີ່ມ ແລະບໍ່ຕ້ອງສະໝັກໃຊ້ບໍລິການ, ໃຊ້ໄດ້ທັນທີດ່ວຍແອັບ send-anywhere. ຈຸດເດັ່ນຂອງແອັບ send-anywhere : – ສົ່ງໄຟລ໌ຂະຫນາດໃຫຍ່ໄດ້ສູງສຸດ 10GB ແລະ ບາງໂໝດສາມາດສົ່ງໄຟລ໌ໃນຂະໜາດບໍ່ຈໍາກັດ (ຫຼາຍກວ່າ 10GB ກໍໄດ້) – […]