ວິທີຕັ້ງຄ່າໃຫ້ສາມາດໃຊ້ Gmail ເທິງໂປລແກລມ Outlook ໄດ້

ວິທີຕັ້ງຄ່າໃຫ້ສາມາດໃຊ້ Gmail ເທິງໂປລແກລມ Outlook ໄດ້

Gmail ເປັນບໍລິການຟຼີອີເມວທີ່ເຊື່ອວ່າທຸກທ່ານຕ້ອງມີໃນການໃຊ້ບໍລິການຂອງ Google ແລະແນ່ນອນໃຊ້ໃນການເຊັກອີເມວເຊັ່ນກັນ ແລະໂປລແກລມ Outlook ຈາກ Microsoft ກໍເປັນໂປລແກລມອ່ານ   ອີເມວທີ່ສະດວກ ແລະຢູ່ໄດ້ດົນ. ເຮົາຈະໃຊ້ Gmail ເປີດໃນ Outlook ແບບໃດ? ເຮົາສາມາດຕັ້ງຄ່າເພື່ອໃຊ້ Gmail ໃນໂປລແກລມ Outlook ໄດ້ດັງນີ້:

ເຂົ້າໄປທີ່ເວັບໄຊ gmail.com ແລ້ວ Sign in ເຂົ້າສູ່ລະບົບ ແລ້ວຄລິກທີ່ໄອຄອນການຕັ້ງຄ່າແລ້ວເລືອກທີ່ Settings

ແລ້ວຄລິກດ້ານເທິງທີ່ Forwarding and POP / IMAP”

ແລ້ວເລືອກຄຳວ່າ: Enable IMAP

ແລ້ວຄລິກທີ່ປຸ່ມ Save Changes ດ້ານລຸ່ມເພື່ອເປີດໃຫ້ Gmail ສາມາດໃຊ້ກັບໂປລແກລມອ່ານອີເມວອື່ນໄດ້ຕາມທີ່ເຮົາຕັ້ງຄ່າກ່ອນໜ້ານີ້.

ຈາກນັ້ນໃຫ້ໄປເປີດໂປລແກລມ Outlook ໃນຄອມພິວເຕີຂອງທ່ານແລ້ວຄລິກທີ່ແທັບ File

ຄລິກທີ່ Account Settings

ເລືອກ Account Settings ຕາມຮູບ

ຈະປາກົດຫນ້າຕ່າງໂປລແກລມໃຫມ່ໃຫ້ຄລິກທີ່ປຸ່ມ New

ຈາກນັ້ນປ້ອນຢູ່ອີເມວ @Gmail.com ຂອງທ່ານແລ້ວຄລິກ Connect

ຕໍ່ໄປແມ່ນໃສ່ລະຫັດຜ່ານຂອງ Gmail ແລ້ວຄລິກ Connect

ຖ້າຫາກຂຶ້ນຫນ້າຕ່າງນີ້ສະແດງວ່າການຕັ້ງຄ່າ Gmail ໃນ Outlook ນີ້ແລ້ວສົມບູນແລ້ວຄລິກ OK ກໍສຳເລັດການຕັ້ງຄ່າ ແລະ ພ້ອມທີ່ຈະເປີດ Gmail ໃນໂປລແກລມ Outlook ໄດ້.

0Shares

Be the first to comment

Leave a Reply

Your email address will not be published.


*