ປ່ຽນ Chrome ແລະ Firefox ເປັນ Dark mode ມັນຈຶ່ງສະບາຍຕາດ້ວຍ Dark Reader

ປ່ຽນ Chrome ແລະ Firefox ເປັນ Dark mode ມັນຈຶ່ງສະບາຍຕາດ້ວຍ Dark Reader

Dark mode Dark Theme ຫຼືການໃຊ້ ຄອມພິວເຕີໂດຍປ່ຽນສີເປັນໂທນມືດເພື່ອຊ່ວຍຖະຫນອມສາຍຕາ, ກາຍເປັນຟີເຈີຫນຶ່ງທີ່ຫລາຍແອັບເລີ່ມມີທັງ Google Maps, Twitter, Youtube, Microsoft Edge ຫຼືມີທັງຕົວລະບົບປະຕິບັດການຄອມພິວເຕີເຊັ່ນ Windows 10 ແລະ macOS ກໍເລີ່ມມີ Dark Mode ດ້ວຍຫຼ້າສຸດມີ Add-on ສ່ວນເສີມທີ່ໃຊ້ກັບ Chrome ແລະ Firefox ໃນການປ່ຽນໂທນສີເວັບໄຊອື່ນໆໃຫ້ມາເປັນ Dark Mode ໄດ້ມີຊື່ວ່າ: Dark Reader

ວິທີໃຊ້ Dark Reader ກໍງ່າຍພຽງແຕ່ເຂົ້າເວັບໄຊ darkreader.org ແລ້ວເລືອກດາວໂຫລດວ່າຈະໃຊ້ກັບ Chrome ຫຼືFirefox.

ເມື່ອເຮັດການຕິດຕັ້ງ Dark Reader ຜ່ານທາງ Add on ລົງໃນ Chrome ຫຼື Firefox ຮຽບຮ້ອຍແລ້ວຈະມີໄອຄອນຄ້າຍໆ Dark Vader ບໍລິເວນມຸມຂວາຂອງເວັບເບົາເຊີ Chrome ຫຼື Firefox ເມື່ອຄລິກແລ້ວ
ເຮົາສາມາດເລືອກໃຊ້ Dark ເພື່ອປັບເວັບໄຊເປັນໂທນມືດ ຫຼືເລືອກ Light ເພື່ອປັບເປັນໂທນສີເທົາໄດ້ທັນທີສາມາດເພີ່ມ – ຜ່ອນລະດັບແສງສະຫວ່າງຂອງເວັບໄດ້ຕາມຕ້ອງການ.

ການທີ່ເລືອກ Dark Reader ມາຕິດຕັ້ງລົງໃນເວັບເບົາເຊີນີ້ຊ່ວຍໃຫ້ທ່ານສາມາດທ່ອງເວັບແບບຖະຫນອມສາຍຕາໄດ້ອີກດ້ວຍ.

0Shares

Be the first to comment

Leave a Reply

Your email address will not be published.


*