ລວມແອັບທີ່ເຮັດໃຫ້ iPhone ຂອງທ່ານເຮັດວຽກຮ່ວມກັບຄອມ Windows ໄດ້ເປັນຢ່າງດີ

ລວມແອັບທີ່ເຮັດໃຫ້ iPhone ຂອງທ່ານເຮັດວຽກຮ່ວມກັບຄອມ Windows ໄດ້ເປັນຢ່າງດີ

ໃຜທີ່ໃຊ້ iPhone ເຊິ່ງເປັນສະມາດໂຟນທີ່ຈັດຢູ່ໃນເກນລາຄາແພງ. ນອກຈາກຈະໄວ້ໃຊ້ເວັບໄຊ, ຫຼິ້ນເກມ,ເບິ່ງໜັງຫຼືແຊດທ໌ກັບໝູ່ເພື່ອນແລ້ວຍັງຕ້ອງໃຊ້ໃນການເຮັດວຽກດ້ວຍ ເຊິ່ງໂດຍທົ່ວໄປ iPhone ເຮັດວຽກເຂົ້າກັນໄດ້ດີກັບຜະລິດຕະພັນ Apple ເຊັ່ນ: Apple Watch ແລະ ຕະກຸກພວກ MacOS ແຕ່ເຊື່ອວ່າມີເປັນຜູ້ໃຊ້ຄອມພິວເຕີPCເຊັ່ນ Windows ຈາກ Microsoft ຫຼາຍກວ່າ. ດັ່ງນັ້ນ, ບົດຄວາມນີ້ຈຶ່ງລວມແອັບທີ່ເຮັດໃຫ້ iPhone ເຮັດວຽກຮ່ວມກັບຄອມ Windows 10 ໄດ້ຍ່າງລົງຕົວຕົວ ກາຍເປັນ Microsoft Phone ໃນ iPhone ແບບນີ້ເລີຍ.

ແອັບ Outlook ເປັນແອັບອ່ານເມວໃນມືຖືທີ່ດີທີ່ສຸດທີ່ໃຊ້ໄດ້ທຸກອີເມວທັງ gmail, yahoo ແລະ Hotmail, msn ຈາກ Microsoft ມີລະບົບຄັດກອງຈົດຫມາຍສໍາຄັນ, ປັກຫມຸດການແຈ້ງເຕືອນກິດຈະກໍາ ລວມເຖິງການແນບເອກະສານທີ່ວ່ອງໄວ.

ແອັບ OneDrive ບໍລິການຝາກໄຟລ໌ ທັງໄຟເອກສານ, ໄຟລ໌ພາບ ແລະ ວີດີໂອໃນ Cloud ຈາກ Microsoft ຟລີ 5GB ຄືກັນແຕ່ທ່ານສາມາດເລືອກເຮັດພາລະກິດເພື່ອຮັບພື້ນທີ່ເພີ່ມໄດ້ພຽງເປີດອັບໂຫລດຮູບອັດໂນມັດເທິງມືຖືຊຶ່ງຕ່າງຈາກເທິງ icloud ທີ່ໃຊ້ຟຼີພຽງ 5GB ຍິ່ງທ່ານມີບັນຊີ Office365 ຍິ່ງຕ້ອງໂຫລດແອບນີ້ຕິດໄວ້ເພາະໃຫ້ພື້ນທີ່ຟຼີໃນ OneDrive ສູງເຖິງ 1 TB ຕະຫຼອດອາຍຸທີ່ເປັນສະມາຊິກ ທີ່ສໍາຄັນຮອງຮັບການເປີດໄຟລ໌ຕະກຸນຈາກ Apple ແລ້ວອີກດ້ວຍ

OneNote ແອັບຈົດບັນທຶກຈາກ Microsoft ໃຊ້ວຽກຟຼີໂດຍບໍ່ມີເງື່ອນໄຂຖ້າຫາກທ່ານ ເຂົ້າສູ່ລະບົບດ້ວຍບັນຊີ Microsoft ກໍສາມາດບັນທຶກສ່ວນຕົວລົງບັນຊີໄດ້, ຮອງຮັບທັງການຈົດບັນທຶກປະຊຸມ, ການບັນທຶກສຽງ to-do list

Groupme ແອັບບໍລິການແຊດທ໌ຈາກ Microsoft ໂດຍແອບນີ້ແອບດຽວສາມາດຕິດຕໍ່ໝູ່ເພື່ອນໄດ້ງ່າຍ ເຊັ່ນໝູ່ເພື່ອນທີ່ໃຊ້ Whatsapp, ໝູ່ອີກຄົນໜຶ່ງໃຊ້ Facebook Messenger ແລະອີກຄົນໜຶ່ງໃຊ້ແອບ iMessage. ໃນການສົ່ງຂໍ້ຄວາມເຮົາກໍສາມາດສົ່ງຂໍ້ຄວາມຫາກັນໄດ້ຫມົດຜ່ານແອັບ Groupme ນີ້ເລີຍ. ໃຊ້ໄດ້ທັງໃນ iOS ແລະ Windows 10.

Continue on PC ສໍາລັບຜູ້ໃຊ້ Web Browser ໃນ Safari ທີ່ພົບຫນ້າເວັບນີ້ໃນ safari ໃນມືຖືແລ້ວເອົາມາໃຊ້ໃນຄອມພິວເຕີຕໍ່ທັນທີກໍໃຊ້ຟີເຈີ Share ໃນ Safari ເລືອກມາທີ່ Continue on PC ເພື່ອແຊຣ໌ຫນ້າເວັບໃນມືຖືຂຶ້ນມາ ເປີດໃນຄອມພິວເຕີ Windows 10 ແລ້ວເຮົາກໍເຮັດວຽກໃນເວັບນັ້ນຕໍ່ທີ່ຄອມ Windows10 ໄດ້ທັນທີ.

ແອັບ Microsoft Office ເວີຊັ່ນມືຖືທັງ Word, Excel, PowerPoint ໂຫລດຟຼີໃນ App Store ສາມາດສ້າງໄຟລ໌ ແລະ ບັນທຶກລົງໃນ OneDrive ໄດ້ ແລະ ເປີດອ່ານໄຟລ໌ເອກສານຂອງ Microsoft ໄດ້ອຍ່າງຖືກຕ້ອງອີກດ້ວຍ. ດັ່ງນັ້ນ, ຄວນທີ່ຈະໂຫລດແອັບກຸ່ມ Microsoft Office ເລີຍ.

ທັງຫມົດນີ້ແມ່ນແອັບຈາກ Microsoft ທີ່ໃຊ້ໄດ້ໃນ iPhone ແລະ iOS ຂອງທ່ານ ແລະ ຈະເຮັດໃຫ້ໃຊ້ວຽກຮ່ວມກັບຄອມພິວເຕີພີຊີ Windows ໄດ້ສະດວກຂຶ້ນ.

2Shares

Be the first to comment

Leave a Reply

Your email address will not be published.


*