ຂ່າວໄອທີ

10 ວິທີງ່າຍໆໃນການບໍາລຸງຮັກສາຄອມພິວເຕີຂອງທ່ານ

ຄອມພິວເຕີເປັນທັງເຄື່ອງມືໃນການເຮັດວຽກ ແລະ ແຫຼ່ງເກັບກຳຂໍ້ມູນສໍາຄັນທີ່ຂາດບໍ່ໄດ້. ດັ່ງນັ້ນ, ຄອມພິວເຕີເປັນສິ່ງທີ່ສໍາຄັນຫລັກໆໃນການເຮັດວຽກກໍວ່າໄດ້. ຍິ່ງພວກເຮົາໃຊ້ຄອມພິວເຕີໃນການເຮັດວຽກຫລາຍເທົ່າໄດຍິ່ງຕ້ອງການຄອມພິວເຕີໃນສະເປັກທີ່ສູງຂຶ້ນເພື່ອຮອງຮັບການໃຊ້ວຽກລາຄາກໍສູງຂຶ້ນໄປນຳ ແລ້ວຖ້າເຮົາຢາກບໍາລຸງຮັກສາຄອມພິວເຕີໃຫ້ໃຊ້ໄປໄດ້ດົນໆຕ້ອງເຮັດແບບໃດ???? 1 ເຮັດຄວາມສະອາດຄອມພິວເຕີ: ເລີ່ມຈາກການຖອດປັ໊ກໄຟກ່ອນ ແລະ ເຮັດຄວາມສະອາດໂດຍໃຊ້ຜ້າສະອາດຈຸບນ້ໍາ ຫຼືນ້ໍາຢາສຳລັບເຮັດຄວາມສະອາດຄອມພິວເຕີ, ເຊັດສ່ວນຕ່າງໆທີ່ເປັນຕົວເຄື່ອງຫລືກອບຫນ້າຈໍ, ເມົ້າ, ຄີບອດ ລວມເຖິງສາຍໄຟຄອມພິວເຕີ… 2 ເປົ່າຝຸ່ນ ຫລືກໍາຈັດຝຸ່ນທີ່ຢູ່ໃນຕົວເຄື່ອງ: ສໍາຫລັບວິທີນີ້ແນະນໍາໃຫ້ໃຊ້ແປງທະສີທີ່ມີຂົນອ່ອນ ໆ ອາດຈະເປັນແປງດ້າມໄມ້ໄຜ່ຫາຊື້ໄດ້ຕາມຮ້ານວັດສະດຸກໍ່ສ້າງ ເພາະຫນ້າຈໍຫລືຕົວເຄື່ອງບາງລຸ້ນຖ້າຫາກໃຊ້ແປງທີ່ມີຂົນຫນາອາດຈະເຮັດໃຫ້ເປັນຮອຍໄດ້ ຢ່າລືມໃສ່ຜ້າອັດປາກອັດດັງກ່ອນເຮັດຄວາມສະອາດ ຖ້າໃຜມີເຄື່ອງເປົ່າຝຸ່ນ ຫລືເປົ່າລົມສາມາດເປົ່າເຄື່ອງໄດ້ ເພື່ອໄລ່ຝຸ່ນອອກຈາກຄອມພິວເຕີ 3 ກວດເຊັກຄວາມຮຽບຮ້ອຍພາຍໃນຕົວເຄື່ອງຄອມພິວເຕີ: ຕ້ອງເຮັດການເປີດຝາເຄື່ອງຄອມພິວເຕີໂດຍຈະຕ້ອງໄຂນັອດທີ່ລັອກຝາຂ້າງຢູ່, ຄວນກວດເຊັກພັດລົມລະບາຍຄວາມຮ້ອນ ແລະ ສາຍໄຟທີ່ຢູ່ພາຍໃນ ວ່າຍັງຢູ່ໃນສະພາບທີ່ໃຊ້ວຽກໄດ້ດີຢູ່ຫລືບໍ່ […]

ຂ່າວໄອທີ

ແກ້ໄຂໄຟລ໌ PDF ແບບອອນລາຍນ໌ໂດຍ PDFescape

ແກ້ໄຂໄຟລ໌ PDF ຫຼາຍໆທ່ານຈະຄິດຫາໂປຼແກຼມ Adobe Acrobat ໃນການໂຫຼດໂປຼແກຼມເພື່ອເປີດອ່ານ ແລະແກ້ໄຂ ເຊິ່ງຟີເຈີການແກ້ໄຂນັ້ນຕ້ອງຊື້ຊອບແວຣ໌ແທ້ອີກ ແຕ່ສຳລັບການແກ້ໄຂໄຟລ໌ທີ່່ຈະເປີດເຜີຍໃນບົດຄວາມນີ້ທ່ານສາມາດເຮັດໄດ້ເລີຍທັນທີ, ບໍ່ຕ້ອງລົງໂປລແກລມພຽງແຕ່ໃຫ້ມີການເຊື່ອມຕໍ່ອິນເຕີເນັດ ແລະ ລັນດ້ວຍເວັບບຼາວເຊີເທົ່ານັ້ນ. ໂດຍສາມາດແກ້ໄຂໄຟລ໌ PDF ໄດ້ດ້ວຍເວັບໄຊ PDFescape . PDFescape ( pdfescape.com ) ເປັນເວັບໄຊສໍາຫລັບແກ້ໄຂໄຟລ໌ PDF ໃນອອນລາຍເວັບບຼາວເຊີໃຊ້ໄດ້ທັນທີໂດຍບໍ່ຕ້ອງລົງແອັບ, ລົງໂປລແກລມໃນຄອມກ່ອນ ແລະ ສາມາດແກ້ໄຂໄຟລ໌ໄດ້ຟຼີອີກດ້ວຍເມື່ອເຂົ້າເວັບໄຊແລ້ວກໍຄລິກທີ່ Free Online ເພື່ອເຂົ້າສູ່ໂປລແກລມແກ້ໄຂໄຟ PDF ໄດ້ເລີຍ. ທ່ານສາມາດຄລິກ Upload PDF […]

Apple

ລວມແອັບທີ່ເຮັດໃຫ້ iPhone ຂອງທ່ານເຮັດວຽກຮ່ວມກັບຄອມ Windows ໄດ້ເປັນຢ່າງດີ

ໃຜທີ່ໃຊ້ iPhone ເຊິ່ງເປັນສະມາດໂຟນທີ່ຈັດຢູ່ໃນເກນລາຄາແພງ. ນອກຈາກຈະໄວ້ໃຊ້ເວັບໄຊ, ຫຼິ້ນເກມ,ເບິ່ງໜັງຫຼືແຊດທ໌ກັບໝູ່ເພື່ອນແລ້ວຍັງຕ້ອງໃຊ້ໃນການເຮັດວຽກດ້ວຍ ເຊິ່ງໂດຍທົ່ວໄປ iPhone ເຮັດວຽກເຂົ້າກັນໄດ້ດີກັບຜະລິດຕະພັນ Apple ເຊັ່ນ: Apple Watch ແລະ ຕະກຸກພວກ MacOS ແຕ່ເຊື່ອວ່າມີເປັນຜູ້ໃຊ້ຄອມພິວເຕີPCເຊັ່ນ Windows ຈາກ Microsoft ຫຼາຍກວ່າ. ດັ່ງນັ້ນ, ບົດຄວາມນີ້ຈຶ່ງລວມແອັບທີ່ເຮັດໃຫ້ iPhone ເຮັດວຽກຮ່ວມກັບຄອມ Windows 10 ໄດ້ຍ່າງລົງຕົວຕົວ ກາຍເປັນ Microsoft Phone ໃນ iPhone ແບບນີ້ເລີຍ. ແອັບ Outlook […]

Apple

ວິທີການສົ່ງຮູບພາບຈາກໂທລະສັບມືຖືໄປທີ່ເຄື່ອງຄອມພິວເຕີ Windows ໂດຍບໍ່ຕ້ອງໃຊ້ Bluetooth ແລະ ອີນເຕີເນັດ

ຖ້າທ່ານຕ້ອງການສົ່ງໄຟລ໌ຮູບພາບລະຫວ່າງໂທລະສັບຂອງທ່ານ ກັບຄອມພິວເຕີ້ທີ່ເປັນ Windows ຫຼາຍທ່ານອາດຄິດວ່າການຖອດແລະສຽບສາຍ USB ຫຼື ບາງຄົນກໍ່ຄິດເຖິງການສົ່ງຂໍ້ມູນແບບໄຮ້ສາຍກັບບູທູດ ເຊິ່ງມັນອາດຈະບໍ່ສະດວກ. ປະຈຸບັນ Microsoft ໄດ້ປ່ອຍ App ໃຫມ່ທີ່ມີຄຸນສົມບັດເປັນ AirDrop ຂອງ Apple ທີ່ສະຫນັບສະຫນູນທັງລະບົບ iOS ແລະ Android ໂດຍແອບຊື່ຫວາ Photos Companion app. ແອັບທີ່ຢາກໃຫ້ທ່ານລອງໂຫລດມາທົດລອງນີ້ເອີ້ນວ່າ Photos Companion, app ນີ້ສາມາດສົ່ງແລະຮັບຮູບພາບໄດ້ລະຫວ່າງໂທລະສັບແລະຄອມພິວເຕີຂອງທ່ານໄດ້ສະດວກຂຶ້ນໂດຍມັນຈະສົ່ງຂໍ້ມູນຜ່ານ Wi-Fi ນີ້ເອງ. ວິທີການແມ່ນສົ່ງໄຟລຮູບພາບຜ່ານທາງເອບ Photos Companion ຂອງລະບົບ […]

Apple

ວິທີສົ່ງໄຟລ໌ຂະຫນາດໃຫຍ່ຫຼາຍ Gigabyte (GB) ໄດ້ທຸກອຸປະກອນທັງໃນມືຖື ແລະ ຄອມພິວເຕີ

ຖ້າຫາກເວົ້າເຖິງການສົ່ງໄຟລ໌ຂະຫນາດໃຫຍ່ ຫຼາຍທ່ານອາດຈະເຄີຍໃຊ້ເວັບໄຊພວກ Google Drive, OneDrive, dropbox, box, ແລະ ອີກເວັບໜຶ່ງແມ່ນ wetransfer ໃນການອັບໂຫຼດໄຟລ໌ແລ້ວສົ່ງໄປຫາໝູ່ເພື່ອນຂອງທ່ານທາງອີເມວແຕ່ກໍຕ້ອງໃຊ້ພື້ນທີ່ຂອງເຮົາອີກດ້ວຍ ແລະ wetransfer ເຖິງວ່າຈະອັບໄດ້ແຕ່ກໍເຮັດໄດ້ພຽງແຕ່ໃນຄອມພິວເຕີ ແຕ່ໃນມືຖືກໍເຮັດບໍ່ໄດ້ ແຕ່ເຮົາມີວິທີ ທີ່ທ່ານສາມາດສົ່ງໄຟລ໌ຂະຫນາດໃຫຍ່ໄດ້ແບບວ່ອງໄວແລະພຽງພໍທີ່ຈະສົ່ງໄຟລ໌ 4K ໄປຫາໝູ່ເພື່ອນໄດ້ຢ່າງສະບາຍ ໂດຍບໍ່ຕ້ອງຈ່າຍເງິນເພີ່ມ ແລະບໍ່ຕ້ອງສະໝັກໃຊ້ບໍລິການ, ໃຊ້ໄດ້ທັນທີດ່ວຍແອັບ send-anywhere. ຈຸດເດັ່ນຂອງແອັບ send-anywhere : – ສົ່ງໄຟລ໌ຂະຫນາດໃຫຍ່ໄດ້ສູງສຸດ 10GB ແລະ ບາງໂໝດສາມາດສົ່ງໄຟລ໌ໃນຂະໜາດບໍ່ຈໍາກັດ (ຫຼາຍກວ່າ 10GB ກໍໄດ້) – […]

Microsoft

ລວມ Application ມືຖື Android ທີ່ໃຊ້ຮ່ວມກັບຄອມພິວເຕີ Windows 10 ໄດ້ສະດວກຂຶ້ນ

Airdroid ເປັນໂປລແກລມແບບ Management ທີ່ໃຊ້ກັບມືຖື Android ບໍ່ວ່າຈະເປັນການຍ້າຍໄຟລ, ເບິ່ງລາຍຊື່ຕ່າງໆ, ຂໍ້ຄວາມ, ຮູບພາບ, ແອັບພິເຄຊັ່ນ, ເບີໂທລະສັບ ແລະອື່ນໆ ສາມາດເຮັດຜ່ານຫນ້າຈໍເວັບບາວເຊີໄດ້ເລີຍ ລວມທັງສາມາດສົ່ງ SMS ຜ່ານຫນ້າຈໍຄອມພິວເຕີໄດ້ອີກດ້ວຍ. ແອັບ Vysor  ຊຶ່ງເປັນແອັບສະແດງຫນ້າຈໍມືຖື Android ຂອງທ່ານເທິງຫນ້າຈໍຄອມພິວເຕີໃຫ້ທ່ານສາມາດຄວບຄຸມ Android ຜ່ານທາງຫນ້າຈໍຄອມພິວເຕີໄດ້ເລີຍ. ທັງຈັບຫນ້າຈໍມືຖື Android ແລະການລາກໄຟລຈາກຄອມພິວເຕີລົງ Android ກໍໄດ້. ສາມາດໂຫລດໄດ້ທີ່ Play Store ເຊິ່ງມີທັງເວີຊັ່ນຟຣີ ແລະ ເສຍເງິນ. Pushbullet  […]