• Apple

    ໄອໂຟນພົບບັນຫາໃຫຍ່ ເມື່ອຈີນຫ້າມບໍ່ໃຫ້ຈຳໜ່າຍ

    ສືບເນື່ອງມາຈາກຄວາມຂັດແຍ້ງດ້ານເສດຖະກິດ ໂດຍສະເພາະກຳແພງພາສີທີ່ສູງເກີນຄວາມຈຳເປັນຂອງສອງປະເທດ ຈີນ ແລະອາເມລິກາ, ປະຈຸບັນຈີນຫ້າມຈຳໜ່າຍຜະລິດຕະພັນໄອໂຟນທີ່ເປັນສິນຄ້າໄດ້ປຽບຂອງອາເມລິກາ ໃນ ສປ ຈີນ ເຊິ່ງສົ່ງຜົນກະທົບບໍ່ໜ້ອຍຕໍ່ຕະຫຼາດຮຸ້ນຂອງອາເມລິກາໃນໄລຍະເລີ່ມແລກແຮກໝານປີ 2019 ນີ້.     ສຳນັກຂ່າວເອພີລາຍງານໃນວັນທີ 3 ມັງກອນ 2019 ນີ້ວ່າ ທີມຄຸກ ຊີອີໂອ ບໍລິສັດແອັບເປີ້ນ ຍັກໃຫຍ່ແຫ່ງ ວົງການເທັກໂນໂລຊີ ການສື່ສານແຫ່ງສະຫະລັດອາເມລິກາ ເຈົ້າຂອງຜະລິດຕະພັນ ໄອໂຟນ ສົ່ງຈົດໝາຍແຈ້ງຜູ້ຖືຮຸ້ນທັນທີ ຫຼັງຈາກທີ່ຕະຫຼາດຫຼັກຊັບປີດ ວັນທີ 2 ​ມັງກອນວ່າ ລາຍໄດ້ໃນໄຕມາດສຸດທ້າຍຂອງປີ 2561 ຕົກຕໍ່າລົງກວ່າທີ່ຄາດຫວັງໄວ້ ເນື່ອງຈາກພົບບັນຫາໃນຕະຫຼາດຈີນ. ແອບເປີ້ນປະເມີນລາຍໄດ້ໃໝ່ໃນຊ່ວງເດືອນຕຸລາ [...]
  • IT Support

    ອາຊີບ IT Support ເຮັດຫຍັງແນ່ແລະມີຄວາມສຳຄັນແນວໃດ

    IT Support ເປັນອາຊີບທີ່ທຸກບໍລິສັດຫັນມາໃຫ້ຄວາມສຳຄັນກັນຫລາຍ ເນື່ອງຈາກປະຈຸບັນ IT ໄດ້ເຂົ້າມາມີບົດບາດໃນດ້ານຕ່າງໆກັບບໍລິສັດຫລາຍຂື້ນ ໃນບາງທຸລະກິດ IT ກາຍມາເປັນພາກສວ່ນຂັບເຄື່ອນຫລັກໃຫ້ກັບອົງກອນ. ສ້າງນະວັດນະກຳໃຫມ່ໆໃຫ້ກັບອົງກອນ. ປ່ຽນແປງສິ່ງຕ່າງໆໃຫ້ງ່າຍຂຶ້ນໂດຍນຳໃຊ້ເທັກໂນໂລຢີບໍລິການ IT Support ແມ່ນການເຂົ້າໄປຊວ່ຍເຫລືອລູກຄ້າທາງດ້ານຕ່າງໆເມື່ອເກີດບັນຫາບໍວ່າຈະເປັນບັນຫາທີ່ເກີດຈາກ Hardware ມີບັນຫາ, Software ໃຊ້ບໍໄດ້, Network ໃຊ້ງານແລ້ວຕິດຂັດ,ເຂົ້າເນັດເວີກບໍໄດ້, Internet ຊ້າ ຫລື ຫລຸດຕະຫລອດ, ຫລືບັນຫາທີ່ບໍຮູ້ຕົ້ນປາຍສາເຫດວ່າເກີດຫຍັງຂື້ນແລະບໍຮູ້ຈະອະທິບາຍຈັ່ງໃດ IT Support ຈະເຂົ້າໄປວິເຄາະຫາສາເຫດຂອງບັນຫານັ້ນໆ ເພື່ອປະເມີນແລະວິເຄາະເຖິງບັນຫາແລະຫາທາງແກ້ຕໍ່ໄປ. ຊວ່ຍປ້ອງກັນບັນຫາທີ່ເກີດຂື້ນໃນອະນາຄົດໄດ້ອີກ. IT Support ສາມາດແບ່ງອອກເປັນ 2 ສາຍ [...]
  • facebook

    ຄໍາແນະນໍາສໍາລັບການຮັກສາບັນຊີ facebook ຂອງທ່ານໃຫ້ປອດໄພ

    ເຟສບຸກແມ່ນເວັບໄຊທ໌ຫຼື app ທີ່ທ່ານໃຊ້ເກືອບທຸກໆມື້. ເພື່ອໃຫ້ສື່ສານກັບຫມູ່ເພື່ອນ, ຍາດພີ່ນ້ອງ, ຄົນທີ່ມີຊື່ສຽງ, ຫຼືວ່າຮ້ານຄ້າອອນໄລນ໌. ລວມທັງການແບ່ງປັນຜົນປະໂຫຍດຂອງຕົນເອງແມ່ນສະດວກ. ມັນເປັນສິ່ງສໍາຄັນທີ່ຈະຮັກສາບັນຊີຂອງທ່ານປອດໄພ, ແລະສິ່ງທີ່ສໍາຄັນຖ້າບັນຊີຂອງທ່ານຖືກລັກແລ້ວມັນກໍ່ມີເທົ່າກັບໂຈນທີ່ເປັນມີຕົວຕົນ ແລະຄວາມສ່ຽງທີ່ຖືກປະກົດຂຶ້ນຢ່າງບໍ່ຄາດຄິດ. ຫນ້າທີ່ຂອງທຸກໆຄົນໃນໂລກອອນລາຍເພື່ອຮັກສາຂໍ້ມູນຂອງເຂົາເຈົ້າເອງແມ່ນປອດໄພສະເຫມີ, ດັ່ງນັ້ນປະຕິບັດຕາມຂັ້ນຕອນໃນການຮັກສາແລະປົກປ້ອງຂໍ້ມູນແລະບັນຊີຜູ້ໃຊ້ຂອງທ່ານ. ມັນຈຶ່ງເປັນເລື່ອງສໍາ​ຄັນ​ຫຼາຍ.   ໄປທີ່ Settings> General> Security and sign-in. ຄຸນນະສົມບັດນີ້ສະແດງໃຫ້ທ່ານເຫັນບ່ອນທີ່ທ່ານເຂົ້າສູ່ບັນຊີ. ນີ້ແມ່ນມີຜົນປະໂຫຍດໂດຍສະເພາະຖ້າທ່ານເຂົ້າສູ່ເຟສບຸກຜ່ານຄອມພິວເຕີສາທາລະນະຫຼືອຸປະກອນຂອງຄົນອື່ນ. ໂດຍສະແດງຂໍ້ມູນການເຂົ້າເຖິງແຕ່ລະບັນຊີ, ມັນປະກອບມີວັນທີ, ເວລາ, ສະຖານທີ່ແລະປະເພດອຸປະກອນ. ຖ້າທ່ານເຫັນສະຖານທີ່ທີ່ທ່ານບໍ່ຮູ້ຢູ່ໃນສະຖານທີ່ທໍາອິດ, ໃຫ້ກວດເບິ່ງວ່າມັນເຊື່ອມຕໍ່ກັບອຸປະກອນມືຖືຂອງທ່ານ. ຖ້າທ່ານບໍ່ຮູ້ສະຖານທີ່ແລະບໍ່ໄດ້ເຊື່ອມຕໍ່ກັບໂທລະສັບຂອງທ່ານ. ອາດຈະເປັນຍ້ອນວ່າທ່ານລືມທີ່ຈະອອກຈາກໂທລະສັບມືຖືຄົນອື່ນ. ຫຼືຜູ້ອື່ນສາມາດເຂົ້າເຖິງບັນຊີຂອງທ່ານໄດ້. ໃນທັງສອງກໍລະນີ ສິ່ງທໍາອິດທີ່ທ່ານຄວນເຮັດຄືອອກຈາກບັນຊີຂອງທ່ານແລະຮັກສາຄວາມປອດໄພບັນຊີຂອງທ່ານໂດຍການປ່ຽນລະຫັດຜ່ານຂອງທ່ານ. ຕັ້ງຄ່າແຈ້ງເຕືອນກ່ຽວກັບອຸປະກອນທີ່ບໍຮູ້ຈັກເພື່ອຊວ່ຍໃຫ້ການຕິດຕາມອຸປະກອນທີ່ທ່ານໃຊ້ໃນການເຂົ້າເຖິງບັນຊີແຟດບຸກເປັນເລື່ອງງ່າຍຂຶ່ນຄວນສະໝັກໃຊ້ການແຈ້ງເຕືອນການເຂົ້າສູ່ລະບົບເພື່ອຮັບການແຈ້ງເຕືອນເມື່ອມີຄົນພະຍາຍາມເຂົ້າລ໋ອກເຂົ້າເຖິງບັນຊີຂອງທ່ານຈາກອຸປະກອນໃຫມ່ຫລືວ່າອຸປະກອນທີ່ບໍ່ຮູ້ຈັກເມື່ອທ່ານເລີ່ມໃຊ້ຟັງຊັນນີ້ແລ້ວ.ທ່ານຈະໄດ້ຮັບການແຈ້ງເຕືອນຜ່ານບັນຊີຜູ້ໃຊ້ [...]
  • Microsoft

    ຮູ້ບໍ່ວ່າ Windows 10 ມີໂປລແກລມຕັດຕໍ່ວີດີໂອຟຼີໃນຕົວແລ້ວ ດ້ວຍ Story Remix

    ຫາກເວົ້າເຖິງຊອບແວຣ໌ຕັດຕໍ່ວີດີໂອຟຼີ ຈາກ Microsoft ກໍຈະຄິດຫາໂປລແກລມເກົ່າຢ່າງ Windows Movie Maker ທີ່ນໍາມາຕັດຕໍ່ແລ້ວແຊຣ໌ໃນ Youtube ຫຼືໂພສທ໌ລົງໂຊຊຽວຕ່າງໆແຕ່ກໍເປັນໂປລແກລມເກົ່າຫລາຍປີແລ້ວ ແຕ່ກໍຍັງໄດ້ຮັບຄວາມນິຍົມຢູ່. ແຕ່ທ່ານຮູ້ຫຼືບໍ່ວ່າ Microsoft ມີໂປລແກລມຕັດຕໍ່ວີດີໂອແບບໃຫມ່ໃຫ້ທ່ານແລ້ວ ແລະ ບໍ່ຕ້ອງໂຫລດຢ່າງອື່ນເພີ່ມເພາະຢູ່ໃນຕົວ Windows 10 ລຸ້ນໃຫມ່ຫຼ້າສຸດນັ້ນເລີຍ. ມີຊື່ວ່າ Story Remix ນັ້ນເອງແລະມີມາຕັ້ງແຕ່ປີ 2017 ມາແລ້ວ ຫຼືຍຸກ Update Windows 10 Creator ແນ່ນອນທ່ານຈະ search ຫາແອັບນັ້ນບໍ່ເຫັນ ເພາະຟີເຈີນີ້ຢູ່ໃນສ່ວນຂອງແອັບ Photos [...]
  • ຂ່າວໄອທີ

    10 ວິທີງ່າຍໆໃນການບໍາລຸງຮັກສາຄອມພິວເຕີຂອງທ່ານ

    ຄອມພິວເຕີເປັນທັງເຄື່ອງມືໃນການເຮັດວຽກ ແລະ ແຫຼ່ງເກັບກຳຂໍ້ມູນສໍາຄັນທີ່ຂາດບໍ່ໄດ້. ດັ່ງນັ້ນ, ຄອມພິວເຕີເປັນສິ່ງທີ່ສໍາຄັນຫລັກໆໃນການເຮັດວຽກກໍວ່າໄດ້. ຍິ່ງພວກເຮົາໃຊ້ຄອມພິວເຕີໃນການເຮັດວຽກຫລາຍເທົ່າໄດຍິ່ງຕ້ອງການຄອມພິວເຕີໃນສະເປັກທີ່ສູງຂຶ້ນເພື່ອຮອງຮັບການໃຊ້ວຽກລາຄາກໍສູງຂຶ້ນໄປນຳ ແລ້ວຖ້າເຮົາຢາກບໍາລຸງຮັກສາຄອມພິວເຕີໃຫ້ໃຊ້ໄປໄດ້ດົນໆຕ້ອງເຮັດແບບໃດ???? 1 ເຮັດຄວາມສະອາດຄອມພິວເຕີ: ເລີ່ມຈາກການຖອດປັ໊ກໄຟກ່ອນ ແລະ ເຮັດຄວາມສະອາດໂດຍໃຊ້ຜ້າສະອາດຈຸບນ້ໍາ ຫຼືນ້ໍາຢາສຳລັບເຮັດຄວາມສະອາດຄອມພິວເຕີ, ເຊັດສ່ວນຕ່າງໆທີ່ເປັນຕົວເຄື່ອງຫລືກອບຫນ້າຈໍ, ເມົ້າ, ຄີບອດ ລວມເຖິງສາຍໄຟຄອມພິວເຕີ… 2 ເປົ່າຝຸ່ນ ຫລືກໍາຈັດຝຸ່ນທີ່ຢູ່ໃນຕົວເຄື່ອງ: ສໍາຫລັບວິທີນີ້ແນະນໍາໃຫ້ໃຊ້ແປງທະສີທີ່ມີຂົນອ່ອນ ໆ ອາດຈະເປັນແປງດ້າມໄມ້ໄຜ່ຫາຊື້ໄດ້ຕາມຮ້ານວັດສະດຸກໍ່ສ້າງ ເພາະຫນ້າຈໍຫລືຕົວເຄື່ອງບາງລຸ້ນຖ້າຫາກໃຊ້ແປງທີ່ມີຂົນຫນາອາດຈະເຮັດໃຫ້ເປັນຮອຍໄດ້ ຢ່າລືມໃສ່ຜ້າອັດປາກອັດດັງກ່ອນເຮັດຄວາມສະອາດ ຖ້າໃຜມີເຄື່ອງເປົ່າຝຸ່ນ ຫລືເປົ່າລົມສາມາດເປົ່າເຄື່ອງໄດ້ ເພື່ອໄລ່ຝຸ່ນອອກຈາກຄອມພິວເຕີ 3 ກວດເຊັກຄວາມຮຽບຮ້ອຍພາຍໃນຕົວເຄື່ອງຄອມພິວເຕີ: ຕ້ອງເຮັດການເປີດຝາເຄື່ອງຄອມພິວເຕີໂດຍຈະຕ້ອງໄຂນັອດທີ່ລັອກຝາຂ້າງຢູ່, ຄວນກວດເຊັກພັດລົມລະບາຍຄວາມຮ້ອນ ແລະ ສາຍໄຟທີ່ຢູ່ພາຍໃນ ວ່າຍັງຢູ່ໃນສະພາບທີ່ໃຊ້ວຽກໄດ້ດີຢູ່ຫລືບໍ່ [...]