Apple

ວິທີສົ່ງໄຟລ໌ຂະຫນາດໃຫຍ່ຫຼາຍ Gigabyte (GB) ໄດ້ທຸກອຸປະກອນທັງໃນມືຖື ແລະ ຄອມພິວເຕີ

ຖ້າຫາກເວົ້າເຖິງການສົ່ງໄຟລ໌ຂະຫນາດໃຫຍ່ ຫຼາຍທ່ານອາດຈະເຄີຍໃຊ້ເວັບໄຊພວກ Google Drive, OneDrive, dropbox, box, ແລະ ອີກເວັບໜຶ່ງແມ່ນ wetransfer ໃນການອັບໂຫຼດໄຟລ໌ແລ້ວສົ່ງໄປຫາໝູ່ເພື່ອນຂອງທ່ານທາງອີເມວແຕ່ກໍຕ້ອງໃຊ້ພື້ນທີ່ຂອງເຮົາອີກດ້ວຍ ແລະ wetransfer ເຖິງວ່າຈະອັບໄດ້ແຕ່ກໍເຮັດໄດ້ພຽງແຕ່ໃນຄອມພິວເຕີ ແຕ່ໃນມືຖືກໍເຮັດບໍ່ໄດ້ ແຕ່ເຮົາມີວິທີ ທີ່ທ່ານສາມາດສົ່ງໄຟລ໌ຂະຫນາດໃຫຍ່ໄດ້ແບບວ່ອງໄວແລະພຽງພໍທີ່ຈະສົ່ງໄຟລ໌ 4K ໄປຫາໝູ່ເພື່ອນໄດ້ຢ່າງສະບາຍ ໂດຍບໍ່ຕ້ອງຈ່າຍເງິນເພີ່ມ ແລະບໍ່ຕ້ອງສະໝັກໃຊ້ບໍລິການ, ໃຊ້ໄດ້ທັນທີດ່ວຍແອັບ send-anywhere. ຈຸດເດັ່ນຂອງແອັບ send-anywhere : – ສົ່ງໄຟລ໌ຂະຫນາດໃຫຍ່ໄດ້ສູງສຸດ 10GB ແລະ ບາງໂໝດສາມາດສົ່ງໄຟລ໌ໃນຂະໜາດບໍ່ຈໍາກັດ (ຫຼາຍກວ່າ 10GB ກໍໄດ້) – […]

Microsoft

ລວມ Application ມືຖື Android ທີ່ໃຊ້ຮ່ວມກັບຄອມພິວເຕີ Windows 10 ໄດ້ສະດວກຂຶ້ນ

Airdroid ເປັນໂປລແກລມແບບ Management ທີ່ໃຊ້ກັບມືຖື Android ບໍ່ວ່າຈະເປັນການຍ້າຍໄຟລ, ເບິ່ງລາຍຊື່ຕ່າງໆ, ຂໍ້ຄວາມ, ຮູບພາບ, ແອັບພິເຄຊັ່ນ, ເບີໂທລະສັບ ແລະອື່ນໆ ສາມາດເຮັດຜ່ານຫນ້າຈໍເວັບບາວເຊີໄດ້ເລີຍ ລວມທັງສາມາດສົ່ງ SMS ຜ່ານຫນ້າຈໍຄອມພິວເຕີໄດ້ອີກດ້ວຍ. ແອັບ Vysor  ຊຶ່ງເປັນແອັບສະແດງຫນ້າຈໍມືຖື Android ຂອງທ່ານເທິງຫນ້າຈໍຄອມພິວເຕີໃຫ້ທ່ານສາມາດຄວບຄຸມ Android ຜ່ານທາງຫນ້າຈໍຄອມພິວເຕີໄດ້ເລີຍ. ທັງຈັບຫນ້າຈໍມືຖື Android ແລະການລາກໄຟລຈາກຄອມພິວເຕີລົງ Android ກໍໄດ້. ສາມາດໂຫລດໄດ້ທີ່ Play Store ເຊິ່ງມີທັງເວີຊັ່ນຟຣີ ແລະ ເສຍເງິນ. Pushbullet  […]

ຂ່າວໄອທີ

Google Play Protect ແມ່ນຫຍັງ? ສາມາດເຮັດໃຫ້ Android ປອດໄພຂຶ້ນຈັ່ງໃດ?

Android ເປັນລະບົບປະຕິບັດການແບບລະບົບເປີດທີ່ນັກພັດທະນາສາມາດພັດທະນາຕໍ່ໄດ້ ແຕ່ການທີ່ເປັນລະບົບເປີດກໍເຮັດໃຫ້ມີຄວາມສ່ຽງໃນເລື່ອງຄວາມປອດໄພເພີ່ມຫລາຍຂຶ້ນ ຢ່າງເຊັ່ນແອັບແຝງມັນແວຣ໌, ແອັບລັກຂໍ້ມູນຕ່າງໆ… Google ກໍເລີຍເປີດຕົວ Google Play Protect ມາຮັກສາດ້ານຄວາມປອດໄພໃນລະບົບຂອງ Android. ມາເບິ່ງວ່າຄຸນສົມບັດນີ້ເຮັດໃຫ້ມືຖືເຮົາປອດໄພຂຶ້ນແບບໃດ. Google Play Protect ຈະສະແກນໄວລັດມັນແວຣ໌ບໍ່ພຽງແຕ່ໃນ Play Store ແຕ່ຈະສະແກນທຸກແອບໃນມືຖື ຖ້າຫາກທ່ານຢາກຮູ້ວ່າ Google Play Protect ເຮັດຫຍັງກັບເຄື່ອງເຮົາຢູ່ກໍເຂົ້າທີ່ Play Store >> ເລືອກ ແອັບແລະ ເກມຂອງຂ້ອຍ ແລ້ວສັງເກດລາຍການເທິງສຸດຈະເຫັນລາຍງານການສະແກນແອັບປະກົດຢູ່ດ້ານເທິງຖ້າຂຶ້ນວ່າ ບໍ່ພົບບັນຫາ ສະແດງວ່າພາຍໃນເຄື່ອງນີ້ແອັບທີ່ຕິດຕັ້ງທັງຫມົດໃນເຄື່ອງເຮົາບໍ່ມີແອັບອັນຕະລາຍປະປົນຢູ່ ແລະຮູ້ຫຼືບໍ່ວ່າ […]