ອາຊີບ IT Support ເຮັດຫຍັງແນ່ແລະມີຄວາມສຳຄັນແນວໃດ

ອາຊີບ IT Support ເຮັດຫຍັງແນ່ແລະມີຄວາມສຳຄັນແນວໃດ

IT Support ເປັນອາຊີບທີ່ທຸກບໍລິສັດຫັນມາໃຫ້ຄວາມສຳຄັນກັນຫລາຍ
ເນື່ອງຈາກປະຈຸບັນ IT ໄດ້ເຂົ້າມາມີບົດບາດໃນດ້ານຕ່າງໆກັບບໍລິສັດຫລາຍຂື້ນ
ໃນບາງທຸລະກິດ IT ກາຍມາເປັນພາກສວ່ນຂັບເຄື່ອນຫລັກໃຫ້ກັບອົງກອນ.
ສ້າງນະວັດນະກຳໃຫມ່ໆໃຫ້ກັບອົງກອນ. ປ່ຽນແປງສິ່ງຕ່າງໆໃຫ້ງ່າຍຂຶ້ນໂດຍນຳໃຊ້ເທັກໂນໂລຢີບໍລິການ
IT Support ແມ່ນການເຂົ້າໄປຊວ່ຍເຫລືອລູກຄ້າທາງດ້ານຕ່າງໆເມື່ອເກີດບັນຫາບໍວ່າຈະເປັນບັນຫາທີ່ເກີດຈາກ Hardware ມີບັນຫາ, Software ໃຊ້ບໍໄດ້, Network ໃຊ້ງານແລ້ວຕິດຂັດ,ເຂົ້າເນັດເວີກບໍໄດ້, Internet ຊ້າ ຫລື ຫລຸດຕະຫລອດ, ຫລືບັນຫາທີ່ບໍຮູ້ຕົ້ນປາຍສາເຫດວ່າເກີດຫຍັງຂື້ນແລະບໍຮູ້ຈະອະທິບາຍຈັ່ງໃດ IT Support ຈະເຂົ້າໄປວິເຄາະຫາສາເຫດຂອງບັນຫານັ້ນໆ ເພື່ອປະເມີນແລະວິເຄາະເຖິງບັນຫາແລະຫາທາງແກ້ຕໍ່ໄປ. ຊວ່ຍປ້ອງກັນບັນຫາທີ່ເກີດຂື້ນໃນອະນາຄົດໄດ້ອີກ.

IT Support ສາມາດແບ່ງອອກເປັນ 2 ສາຍ 1. ສາຍ Infrastructure ແລະ 2 ສາຍ Software ໂດຍສາຍ Infrastructure ນັ້ນຈະເນັ້ນໄປທາງ Hardware ເປັນຫລັກຊຶ່ງລວມໄປເຖິງ Server, Network ແລະ Computer. ຕ້ອງເຮັດຕັ້ງແຕ່ Backup ຂໍ້ມູນຕ່າງໆເທິງ Server ແລະ update patch ໃຫມ່ໆຂອງ Server ເພື່ອປ້ອງກັນການໂຈມຕີໃນຮູບແບບຕ່າງໆ ທີ່ ອາດຈະເກີດຂຶ້ນໃນອະນາຄົດ ແລະ ວາງແຜນ Preventive Maintenance ເພື່ອຍືດອາຍຸການໃຊ້ງານຂອງຕົວອຸປະກອນຍາວອອກໄປ. ກວດສອບການເຊື່ອມຕໍ່ລະຫວ່າງເຄື່ອງ Server ກັບ ເຄື່ອງ Client ໃຫ້ເຮັດວຽກໄດ້ຕະຫລອດເວລາ ແລະ ບໍມີບັນຫາໃນໄລຍະເວລາເຮັດວຽກ. ການເບິ່ງແຍ່ງ Network ນັ້ນຝັ່ງ IT Support ເອງຈະຕ້ອງມີຄວາມຮູ້ຫລາຍທາງເພື່ອທີ່ຈະເຂົ້າໄປແກ້ບັນຫາທີ່ເກີດຂຶ້ນໄດ້ຢ່າງມີປະສິດທິພາບ. ແຕ່ໃນກໍລະນີຖ້າເຈີບັນຫາທີ່ຕ້ອງໃຊ້ເທັກນິກສູງ ພະນັກງານ IT support ນັ້ນ ຕ້ອງສົ່ງເລື່ອງຕໍ່ໃຫ້ຜູ້ທີ່ມີຄວາມຊ່ຽວຊານດຳເນີນການຕໍ່. ສວ່ນສາຍ Software ໂດຍສວ່ນຫລາຍຈະເຮັດການແກ້ໄຂເບື້ອງຕົ້ນເທົ່ານັ້ນເຊັ່ນ ການເຮັດ query database ມາໃນຮູບແບບ csv ຫລື xls ເປັນຕົ້ນ ແລະຍັງເປັນຫນຶ່ງໃນບຸກຄົນທີ່ຕ້ອງເຮັດການທົດສອບຫລືທົດລອງໃຊ້ງານໂປແກມຕ່າງໆພ້ອມທັ້ງ feedback ກັບໄປທາງໂປຮແກມເມີ ຫລື ບຸກຄົນທີ່ສ້າງໂປຮແກມນີ້ຂຶ້ນແກ້ໄຂຫລືປັບປຸງໃນສວ່ນທີ່ມີບັນຫາຕໍ່ໄປແຕ່ເປັນໂປຮແກມຂະຫນາດໃຫຍ່ ເຊັ່ນ ERP ກໍ່ຈະຕ້ອງມີຄວາມຮູ້ຄວາມເຂົ້າໃຈໃນການຊວ່ຍເຫລືອຊຶ່ງຈະຜັນຕົວເອງໄປເປັນ Application Support Specialist

3Shares

Be the first to comment

Leave a Reply

Your email address will not be published.


*