IT Support

ອາຊີບ IT Support ເຮັດຫຍັງແນ່ແລະມີຄວາມສຳຄັນແນວໃດ

IT Support ເປັນອາຊີບທີ່ທຸກບໍລິສັດຫັນມາໃຫ້ຄວາມສຳຄັນກັນຫລາຍ ເນື່ອງຈາກປະຈຸບັນ IT ໄດ້ເຂົ້າມາມີບົດບາດໃນດ້ານຕ່າງໆກັບບໍລິສັດຫລາຍຂື້ນ ໃນບາງທຸລະກິດ IT ກາຍມາເປັນພາກສວ່ນຂັບເຄື່ອນຫລັກໃຫ້ກັບອົງກອນ. ສ້າງນະວັດນະກຳໃຫມ່ໆໃຫ້ກັບອົງກອນ. ປ່ຽນແປງສິ່ງຕ່າງໆໃຫ້ງ່າຍຂຶ້ນໂດຍນຳໃຊ້ເທັກໂນໂລຢີບໍລິການ IT Support ແມ່ນການເຂົ້າໄປຊວ່ຍເຫລືອລູກຄ້າທາງດ້ານຕ່າງໆເມື່ອເກີດບັນຫາບໍວ່າຈະເປັນບັນຫາທີ່ເກີດຈາກ Hardware ມີບັນຫາ, Software ໃຊ້ບໍໄດ້, Network ໃຊ້ງານແລ້ວຕິດຂັດ,ເຂົ້າເນັດເວີກບໍໄດ້, Internet ຊ້າ ຫລື ຫລຸດຕະຫລອດ, ຫລືບັນຫາທີ່ບໍຮູ້ຕົ້ນປາຍສາເຫດວ່າເກີດຫຍັງຂື້ນແລະບໍຮູ້ຈະອະທິບາຍຈັ່ງໃດ IT Support ຈະເຂົ້າໄປວິເຄາະຫາສາເຫດຂອງບັນຫານັ້ນໆ ເພື່ອປະເມີນແລະວິເຄາະເຖິງບັນຫາແລະຫາທາງແກ້ຕໍ່ໄປ. ຊວ່ຍປ້ອງກັນບັນຫາທີ່ເກີດຂື້ນໃນອະນາຄົດໄດ້ອີກ. IT Support ສາມາດແບ່ງອອກເປັນ 2 ສາຍ […]