ວິທີການປ່ຽນໄຟລ໌ເອກສານ PDF ເປັນໄຟລ໌ຮູບ JPG ໄດ້ທັນທີຜ່ານທາງເວັບ

ວິທີການປ່ຽນໄຟລ໌ເອກສານ PDF ເປັນໄຟລ໌ຮູບ JPG ໄດ້ທັນທີຜ່ານທາງເວັບ

ຫຼາຍທ່ານໜ້າຈະເຄີຍເຮັດມາແລ້ວກ່ຽວກັບການນໍາສະເຫນີສະໄລ powerpoint ມາປ່ຽນເປັນ JPG ໄດ້ມາແລ້ວ. ແຕ່ຖ້າຫາກຕ້ອງການສະໄລທີ່ເປັນ PDF ມາເປັນຮູບພາບຈະເຮັດແບບໃດດີເຮົາກໍບໍ່ມີ Adobe Acrobat ຕົວເຕັມມີແຕ່ Adobe Reader ເທົ່ານັ້ນຊຶ່ງສາມາດເຮັດໄດ້ພຽງແຕ່ ປ່ຽນໄຟລ໌ PDF ມາເປັນ word ຫະລື Excel ມື້ນີ້ມີຄໍາຕອບແຖມບໍ່ຕ້ອງຕິດຕັ້ງໂປລແກລມໃດໆລົງໃນຄອມພິວເຕີຂອງທ່ານດ້ວຍສາມາດໃຊ້ວິທີທີ່ແນະນໍານີ້ໄດ້ເລີຍຟຼີໆ!!!

ເວັບໄຊທີ່ແນະນໍາມື້ນີ້ຊື່ວ່າ https://pdf2jpg.net/ ເວັບໄຊປ່ຽນໄຟລ໌ເອກເອກສານ PDF ກາຍເປັນໄຟລ໌ພາບ JPG ໄດ້ຜ່ານທາງເວັບຢ່າງວ່ອງໄວ

ວິທີການມີຄື: ເຂົ້າເວັບ https://pdf2jpg.net/ ຈາກນັ້ນຄລິກ Choose a PDF file ແລ້ວເລືອກໄຟລ໌ PDF ທີ່ຕ້ອງການປ່ຽນໄຟລ໌ເປັນໄຟລ໌ພາບ JPG ທີ່ຕ້ອງການ (ທັງນີ້ຂະຫນາດໄຟລ໌ PDF ທີ່ຈະປ່ຽນໄຟລນີ້ຕ້ອງບໍ່ເກີນ 25MB) ຈາກນັ້ນເລືອກ JPG ຄຸນະພາບວ່າຈະເອົາຄຸນະພາບຂອງໄຟລ໌ຂະຫນາດໃດແລ້ວແລ້ວກໍຄລິກ Convert PDF to JPG ເພື່ອເລີ່ມຕົ້ນການປ່ຽນໄຟລ໌ທັນທີ.

ເຊິ່ງຖ້າຫາກໃນໄຟລ໌ pdf ມີຈໍານວນຫຼາຍໜ້າກໍໃຊ້ເວລາໃນການແປງໄຟລ໌ຂ້ອນຂ້າງດົນ ເມື່ອເວັບເຮັດການປ່ຽນໄຟລ໌ PDF ເປັນ JPG ແລ້ວແລ້ວທ່ານສາມາດຄລິກ View ເພື່ອກວດເບິ່ງຜົນລັບທີ່ໄດ້, ຖ້າເບິ່ງແລ້ວຖືກຕ້ອງກໍ ຄລິກ Download ເພື່ອດາວໂຫລດຫນ້ານັ້ນໄດ້ເລີຍ.

ພຽງແຕ່ເທົ່ານີ້ທ່ານກໍຈະໄດ້ໄຟລ໌ສະໄລ ຫຼືເອກະສານທີ່ປ່ຽນຈາກໄຟລ໌ pdf ມາເປັນໄຟລ໌ຮູບ JPG ເພື່ອໄວ້ໃຊ້ປະກອບຫນ້າເວັບໄຊ ຫຼືນໍາຮູບນີ້ມາໃຊ້ປະກອບວຽກຕ່າງໆໄດ້ໂດຍການປ່ຽນໄຟລ໌ວິທີນີ້ຟຼີບໍ່ຕ້ອງໃຊ້ໂປລແກລມໃດໆ ຂໍມີພຽງແຕ່ອິນເຕີເນັດ ແລະ ເວັບບຼາວເຊີເທົ່ານັ້ນ.

0Shares

Be the first to comment

Leave a Reply

Your email address will not be published.


*