10 ວິທີງ່າຍໆໃນການບໍາລຸງຮັກສາຄອມພິວເຕີຂອງທ່ານ

ຄອມພິວເຕີເປັນທັງເຄື່ອງມືໃນການເຮັດວຽກ ແລະ ແຫຼ່ງເກັບກຳຂໍ້ມູນສໍາຄັນທີ່ຂາດບໍ່ໄດ້. ດັ່ງນັ້ນ, ຄອມພິວເຕີເປັນສິ່ງທີ່ສໍາຄັນຫລັກໆໃນການເຮັດວຽກກໍວ່າໄດ້. ຍິ່ງພວກເຮົາໃຊ້ຄອມພິວເຕີໃນການເຮັດວຽກຫລາຍເທົ່າໄດຍິ່ງຕ້ອງການຄອມພິວເຕີໃນສະເປັກທີ່ສູງຂຶ້ນເພື່ອຮອງຮັບການໃຊ້ວຽກລາຄາກໍສູງຂຶ້ນໄປນຳ ແລ້ວຖ້າເຮົາຢາກບໍາລຸງຮັກສາຄອມພິວເຕີໃຫ້ໃຊ້ໄປໄດ້ດົນໆຕ້ອງເຮັດແບບໃດ????

1 ເຮັດຄວາມສະອາດຄອມພິວເຕີ: ເລີ່ມຈາກການຖອດປັ໊ກໄຟກ່ອນ ແລະ ເຮັດຄວາມສະອາດໂດຍໃຊ້ຜ້າສະອາດຈຸບນ້ໍາ ຫຼືນ້ໍາຢາສຳລັບເຮັດຄວາມສະອາດຄອມພິວເຕີ, ເຊັດສ່ວນຕ່າງໆທີ່ເປັນຕົວເຄື່ອງຫລືກອບຫນ້າຈໍ, ເມົ້າ, ຄີບອດ ລວມເຖິງສາຍໄຟຄອມພິວເຕີ…

2 ເປົ່າຝຸ່ນ ຫລືກໍາຈັດຝຸ່ນທີ່ຢູ່ໃນຕົວເຄື່ອງ: ສໍາຫລັບວິທີນີ້ແນະນໍາໃຫ້ໃຊ້ແປງທະສີທີ່ມີຂົນອ່ອນ ໆ ອາດຈະເປັນແປງດ້າມໄມ້ໄຜ່ຫາຊື້ໄດ້ຕາມຮ້ານວັດສະດຸກໍ່ສ້າງ ເພາະຫນ້າຈໍຫລືຕົວເຄື່ອງບາງລຸ້ນຖ້າຫາກໃຊ້ແປງທີ່ມີຂົນຫນາອາດຈະເຮັດໃຫ້ເປັນຮອຍໄດ້ ຢ່າລືມໃສ່ຜ້າອັດປາກອັດດັງກ່ອນເຮັດຄວາມສະອາດ ຖ້າໃຜມີເຄື່ອງເປົ່າຝຸ່ນ ຫລືເປົ່າລົມສາມາດເປົ່າເຄື່ອງໄດ້ ເພື່ອໄລ່ຝຸ່ນອອກຈາກຄອມພິວເຕີ

3 ກວດເຊັກຄວາມຮຽບຮ້ອຍພາຍໃນຕົວເຄື່ອງຄອມພິວເຕີ: ຕ້ອງເຮັດການເປີດຝາເຄື່ອງຄອມພິວເຕີໂດຍຈະຕ້ອງໄຂນັອດທີ່ລັອກຝາຂ້າງຢູ່, ຄວນກວດເຊັກພັດລົມລະບາຍຄວາມຮ້ອນ ແລະ ສາຍໄຟທີ່ຢູ່ພາຍໃນ ວ່າຍັງຢູ່ໃນສະພາບທີ່ໃຊ້ວຽກໄດ້ດີຢູ່ຫລືບໍ່ ເພາະຄວາມຮ້ອນກໍເປັນອີກຫນຶ່ງສາເຫດທີ່ເຮັດໃຫ້ຄອມພິວເຕີເສຍຫາຍໄດ້ຍ້ອນອຸປະກອນເສື່ອມຄຸນະພາບ.

4 ຈັດວາງຄອມພິວເຕີໃຫ້ຖືກຫລັກ: ການຈັດວາງຫນ້າຈໍຄອມພິວເຕີຄວນວາງໃຫ້ຫ່າງຈາກຝາ ຫລືມີຊ່ອງຫວ່າງດ້ານຫລັງຈໍປະມານ 20-25cm ເພາະຄວາມຮ້ອນທີ່ກະຈາຍອອກມາຈະມີການລະບາຍທີ່ໂລ່ງ ແລະ ບໍ່ເກີດອຸນຫະພູມສູງ ລວມເຖິງຕົວເຄດຄອມພິວເຕີກໍຄວນຕັ້ງໃນທີ່ມີຊ່ອງລະບາຍຄວາມຮ້ອນໃຫ້ລົມສາມາດພັດເຂົ້າ – ອອກໄດ້ ຜູ້ທີ່ໃຊ້ໂນດບຸກຄ໌ກໍເຊັ່ນດຽວກັນ ຄວນຍົກລະດັບດ້ານລຸ່ມຂອງໂນດບຸກຄ໌ໃຫ້ມີຊ່ອງວ່າງລະບາຍອາກາດດ້ານລຸ່ມນຳ ເນື່ອງຈາກໂນດບຸກຄ໌ຈະມີຄວາມຮ້ອນສູງກວ່າຄອມພິວເຕີທົ່ວໄປ ແນະນຳໃຫ້ເອົາພັດລົມນ້ອຍຫຼືພັດລົມຕັ້ງພື້ນຈະແນ່ນອນທີ່ສຸດ.

5 ເຂົ້າສູນສ້ອມແປງ ຫຼືຶຮ້ານແປງຄອມໃກ້ບ້ານ: ວິທີນີ້ສໍາລັບຄົນທີ່ບໍ່ສະດວກໃນການຈັດການຄອມພິວເຕີກໍຕ້ອງຝາກໃຫ້ເປັນວຽກຂອງຊ່າງຄອມພິວເຕີຊ່ວຍກວດສອບວ່າອຸປະກອນຕ່າງໆຍັງຢູ່ໃນສະພາບດີບໍ່. ກ່ອນກວດເຊັກສອບຖາມລາຄາໃນການດໍາເນີນການກ່ອນຈະເປັນການດີ.

6 ຈັດການໄຟລ໌ທີ່ບໍ່ໄດ້ໃຊ້ແລ້ວ ຫຼືບໍ່ສໍາຄັນ: ໄຟລ໌ຕ່າງໆທີ່ເຮົາດາວໂຫຼດມາຫຼືເກັບໄວ້ໃນເຄື່ອງຄອມພິວເຕີຫາກບໍ່ໄດ້ໃຊ້ວຽກແລ້ວຫລືບໍ່ສໍາຄັນກໍຄວນລົບຖິ້ມຈາກເຄື່ອງຄອມພິວເຕີ ເພາະຈະເຮັດໃຫ້ບໍ່ຫນັກເຄື່ອງໃນສ່ວນຂອງຫນ່ວຍຄວາມຈໍາຈະໄດ້ພ້ອມທີ່ຈະໃຊ້ງານ ແລະ ມີພື້ນທີ່ຫວ່າງຮັບຂໍ້ມູນໃຫມ່.

 

7 ຈັດລະບຽບໂຟລເດີຕ່າງໆ: ໃນສ່ວນນີ້ຈະຊ່ວຍປະຫຍັດທັງເວລາແລະຊ່ວຍໃນເລື່ອງການເຮັດວຽກຂອງເຮົາໄດ້ເລີຍ ເພາະຖ້າຫາກເຮົາຈັດການໄຟລ໌ ແລະ ໂຟເດີຕ່າງໆໃຫ້ເປັນລະບຽບຮຽບຮ້ອຍເວລາທີ່ຫາໄຟລ໌ຕ່າງໆກໍຈະສະດວກຫລາຍຂຶ້ນເຄື່ອງກໍຈະເຮັດວຽກບໍ່ໜັກ.

 

8 ກໍາຈັດ ແລະ ສະແກນໄວລັດໃນຄອມພິວເຕີ: ວິທີນີ້ອາດຕ້ອງໃຊ້ເວລາແດ່ ເພາະແນ່ນອນວ່າສໍາລັບຄົນທີ່ໃຊ້ຄອມພິວເຕີມາດົນຂໍ້ມູນຕ່າງໆຮູບພາບໄຟເພງວຽກຕ່າງໆຫລາຍມາຍທີ່ຢູ່ໃນເຄື່ອງມາຈາກຫລາກຫລາຍບ່ອນເຮັດໃຫ້ມີໄວລັດແຝງຕົວຢູ່ໃນໂຟລເດີຕ່າງທັງທີ່ເຮົາບໍ່ຮູ້. ຂໍ້ມູນຫລາຍຍິ່ງໃຊ້ເວລາສະແກນດົນຂຶ້ນລອງຫາໂປລແກລມສະແກນໄວລັດຈັກໜຶ່ງຢ່າງເຊັ່ນ nod32 ເພື່ອໃຫ້ການໃຊ້ວຽກຄອມພິວເຕີບໍ່ມີບັນຫາ.

 

9 ລົບໂປລແກລມທີ່ບໍ່ໄດ້ໃຊ້ວຽກຖິ້ມ: ຖ້າຫາກເຮົາຮູ້ວ່າໂປລແກລມໃສທີ່ເລົາບໍ່ໄດ້ໃຊ້ວຽກແລ້ວ ຫຼືເກມຕ່າງໆທີ່ເຮົາລົງໄວ້ໃນຄອມພິວເຕີບໍ່ໄດ້ຫຼິ້ນເຮົາຄວນລົບອອກ ເຊັ່ນດຽວກັບໂຟເດີແລະໄຟລ໌ເພາະຈະເຮັດໃຫ້ເຄື່ອງຄອມພິວເຕີຂອງເຮົາບໍ່ເຮັດວຽກຫນັກ ທີ່ຕ້ອງກະກຽມໂປລແກລມຕ່າງໆໄວ້ເສີຟເວລາທີ່ເລົາຈະໃຊ້ວຽກ

 

10 ໝັ່ນຊອກຫາວິທີ ຫຼືການໃຊ້ທີ່ຖືກຕ້ອງ: ຄວາມຈິງແລ້ວວິທີນີ້ກໍຄືການໃຊ້ວຽກຄອມພິວເຕີໃຫ້ຖືກຕ້ອງຕາມພື້ນຖານ ເພາະຖ້າເຮົາບໍ່ຮູ້ຫລັກໃນການໃນການໃຊ້ແລ້ວຕັ້ງແຕ່ຂໍ້ 9 ຈົນເຖິງ 1 ທີ່ກ່າວມາກໍອາດເຮັດໃຫ້ເຮົາລະເລີຍໃນການເບິ່ງແຍງຮັກສາຄອມພິວເຕີຈາກການນຳໃຊ້ທີ່ບໍ່ຖືກຕ້ອງໄດ້. ບໍ່ຍາກພຽງແຕ່ເຮົາເອົາໃຈໃສ່່ຕົວເຮົາເອງກ່ອນ ແລະ ຄອມພິວເຕີຕ້ອງເລີ່ມຈາກຕົວເຮົາກ່ອນ ເພາະຖ້າເຮົາບໍ່ຮັກສາສຸຂະພາບຕົວເຮົາກ່ອນເວລາທີ່ເຮົາຈະເບິ່ງແຍງຄອມພິວເຕີກໍຈະມີໜ້ອຍລົງ.

 

ຢ່າລືມວ່າວິທີການບໍາລຸງຮັກສາຄອມພິວເຕີບໍ່ຍາກຢ່າງທີ່ເຮົາຄິດ ຄວາມຈິງແລ້ວມີຫລາຍວິທີແຕ່ທີ່ຮຽບຮຽງໃຫ້ນີ້ເປັນວິທີຫຼັກໆໃນການບໍາລຸງຮັກສາຄອມພິວເຕີ.

0Shares

Be the first to comment

Leave a Reply

Your email address will not be published.


*