ແກ້ໄຂໄຟລ໌ PDF ແບບອອນລາຍນ໌ໂດຍ PDFescape

ແກ້ໄຂໄຟລ໌ PDF ຫຼາຍໆທ່ານຈະຄິດຫາໂປຼແກຼມ Adobe Acrobat ໃນການໂຫຼດໂປຼແກຼມເພື່ອເປີດອ່ານ ແລະແກ້ໄຂ ເຊິ່ງຟີເຈີການແກ້ໄຂນັ້ນຕ້ອງຊື້ຊອບແວຣ໌ແທ້ອີກ ແຕ່ສຳລັບການແກ້ໄຂໄຟລ໌ທີ່່ຈະເປີດເຜີຍໃນບົດຄວາມນີ້ທ່ານສາມາດເຮັດໄດ້ເລີຍທັນທີ, ບໍ່ຕ້ອງລົງໂປລແກລມພຽງແຕ່ໃຫ້ມີການເຊື່ອມຕໍ່ອິນເຕີເນັດ ແລະ ລັນດ້ວຍເວັບບຼາວເຊີເທົ່ານັ້ນ. ໂດຍສາມາດແກ້ໄຂໄຟລ໌ PDF ໄດ້ດ້ວຍເວັບໄຊ PDFescape .

PDFescape ( pdfescape.com ) ເປັນເວັບໄຊສໍາຫລັບແກ້ໄຂໄຟລ໌ PDF ໃນອອນລາຍເວັບບຼາວເຊີໃຊ້ໄດ້ທັນທີໂດຍບໍ່ຕ້ອງລົງແອັບ, ລົງໂປລແກລມໃນຄອມກ່ອນ ແລະ ສາມາດແກ້ໄຂໄຟລ໌ໄດ້ຟຼີອີກດ້ວຍເມື່ອເຂົ້າເວັບໄຊແລ້ວກໍຄລິກທີ່ Free Online ເພື່ອເຂົ້າສູ່ໂປລແກລມແກ້ໄຂໄຟ PDF ໄດ້ເລີຍ.

ທ່ານສາມາດຄລິກ Upload PDF to PDFescape ແລ້ວເລືອກໄຟລ໌ PDF ຂອງທ່ານເພື່ອເປີດໄຟລ໌ ແລະ ແກ້ໄຂໄຟລ໌ PDF ຫຼືຄລິກ Create new PDF Document ສໍາລັບສ້າງເອກສານ PDF ໃໝ່.

ນີ້ແມ່ນຫນ້າຈໍຂອງ PDF Escape ສາມາດສ້າງຟອມຫຼືເຊັນຊື່ໃນເອກສານ PDF ໄດ້ທັນທີ

ເວັບໄຊ PDFescape  ເຫມາະສໍາລັບສ້າງຟອມ, ກອກເອກສານໃນໄຟລ໌ PDF ແລະການພິມລົງຊື່ ຫຼືເຊັນ        ເອກສານດິຈິຕັລໄຟລ໌ PDF ນັ້ນເອງ

ເຖິງຢ່າງໃດກໍຕາມ ເວັບໄຊ PDFescape ເຖິງວ່າຈະມີສ່ວນບໍລິການຟຼີ ແຕ່ກໍຈໍາກັດຟີເຈີນຳອີກດ້ວຍ ເຊັ່ນ: ຖ້າຫາກໃຊ້ຟຼີ ຂະຫນາດໄຟລ໌ PDF ທີ່ເປີດຕ້ອງຂະຫນາດບໍ່ເກີນ 10MB ແລະຈໍານວນຫນ້າບໍ່ເກີນ 100 ໜ້າແຕ່ກໍເປັນເຄື່ອງມືທີ່ດີສໍາລັບຜູ້ທີ່ຕ້ອງການແກ້ໄຂໄຟລ໌ PDF.

0Shares

Be the first to comment

Leave a Reply

Your email address will not be published.


*