ຂ່າວໄອທີ

10 ວິທີງ່າຍໆໃນການບໍາລຸງຮັກສາຄອມພິວເຕີຂອງທ່ານ

ຄອມພິວເຕີເປັນທັງເຄື່ອງມືໃນການເຮັດວຽກ ແລະ ແຫຼ່ງເກັບກຳຂໍ້ມູນສໍາຄັນທີ່ຂາດບໍ່ໄດ້. ດັ່ງນັ້ນ, ຄອມພິວເຕີເປັນສິ່ງທີ່ສໍາຄັນຫລັກໆໃນການເຮັດວຽກກໍວ່າໄດ້. ຍິ່ງພວກເຮົາໃຊ້ຄອມພິວເຕີໃນການເຮັດວຽກຫລາຍເທົ່າໄດຍິ່ງຕ້ອງການຄອມພິວເຕີໃນສະເປັກທີ່ສູງຂຶ້ນເພື່ອຮອງຮັບການໃຊ້ວຽກລາຄາກໍສູງຂຶ້ນໄປນຳ ແລ້ວຖ້າເຮົາຢາກບໍາລຸງຮັກສາຄອມພິວເຕີໃຫ້ໃຊ້ໄປໄດ້ດົນໆຕ້ອງເຮັດແບບໃດ???? 1 ເຮັດຄວາມສະອາດຄອມພິວເຕີ: ເລີ່ມຈາກການຖອດປັ໊ກໄຟກ່ອນ ແລະ ເຮັດຄວາມສະອາດໂດຍໃຊ້ຜ້າສະອາດຈຸບນ້ໍາ ຫຼືນ້ໍາຢາສຳລັບເຮັດຄວາມສະອາດຄອມພິວເຕີ, ເຊັດສ່ວນຕ່າງໆທີ່ເປັນຕົວເຄື່ອງຫລືກອບຫນ້າຈໍ, ເມົ້າ, ຄີບອດ ລວມເຖິງສາຍໄຟຄອມພິວເຕີ… 2 ເປົ່າຝຸ່ນ ຫລືກໍາຈັດຝຸ່ນທີ່ຢູ່ໃນຕົວເຄື່ອງ: ສໍາຫລັບວິທີນີ້ແນະນໍາໃຫ້ໃຊ້ແປງທະສີທີ່ມີຂົນອ່ອນ ໆ ອາດຈະເປັນແປງດ້າມໄມ້ໄຜ່ຫາຊື້ໄດ້ຕາມຮ້ານວັດສະດຸກໍ່ສ້າງ ເພາະຫນ້າຈໍຫລືຕົວເຄື່ອງບາງລຸ້ນຖ້າຫາກໃຊ້ແປງທີ່ມີຂົນຫນາອາດຈະເຮັດໃຫ້ເປັນຮອຍໄດ້ ຢ່າລືມໃສ່ຜ້າອັດປາກອັດດັງກ່ອນເຮັດຄວາມສະອາດ ຖ້າໃຜມີເຄື່ອງເປົ່າຝຸ່ນ ຫລືເປົ່າລົມສາມາດເປົ່າເຄື່ອງໄດ້ ເພື່ອໄລ່ຝຸ່ນອອກຈາກຄອມພິວເຕີ 3 ກວດເຊັກຄວາມຮຽບຮ້ອຍພາຍໃນຕົວເຄື່ອງຄອມພິວເຕີ: ຕ້ອງເຮັດການເປີດຝາເຄື່ອງຄອມພິວເຕີໂດຍຈະຕ້ອງໄຂນັອດທີ່ລັອກຝາຂ້າງຢູ່, ຄວນກວດເຊັກພັດລົມລະບາຍຄວາມຮ້ອນ ແລະ ສາຍໄຟທີ່ຢູ່ພາຍໃນ ວ່າຍັງຢູ່ໃນສະພາບທີ່ໃຊ້ວຽກໄດ້ດີຢູ່ຫລືບໍ່ […]