ຂ່າວໄອທີ

Google Play Protect ແມ່ນຫຍັງ? ສາມາດເຮັດໃຫ້ Android ປອດໄພຂຶ້ນຈັ່ງໃດ?

Android ເປັນລະບົບປະຕິບັດການແບບລະບົບເປີດທີ່ນັກພັດທະນາສາມາດພັດທະນາຕໍ່ໄດ້ ແຕ່ການທີ່ເປັນລະບົບເປີດກໍເຮັດໃຫ້ມີຄວາມສ່ຽງໃນເລື່ອງຄວາມປອດໄພເພີ່ມຫລາຍຂຶ້ນ ຢ່າງເຊັ່ນແອັບແຝງມັນແວຣ໌, ແອັບລັກຂໍ້ມູນຕ່າງໆ… Google ກໍເລີຍເປີດຕົວ Google Play Protect ມາຮັກສາດ້ານຄວາມປອດໄພໃນລະບົບຂອງ Android. ມາເບິ່ງວ່າຄຸນສົມບັດນີ້ເຮັດໃຫ້ມືຖືເຮົາປອດໄພຂຶ້ນແບບໃດ. Google Play Protect ຈະສະແກນໄວລັດມັນແວຣ໌ບໍ່ພຽງແຕ່ໃນ Play Store ແຕ່ຈະສະແກນທຸກແອບໃນມືຖື ຖ້າຫາກທ່ານຢາກຮູ້ວ່າ Google Play Protect ເຮັດຫຍັງກັບເຄື່ອງເຮົາຢູ່ກໍເຂົ້າທີ່ Play Store >> ເລືອກ ແອັບແລະ ເກມຂອງຂ້ອຍ ແລ້ວສັງເກດລາຍການເທິງສຸດຈະເຫັນລາຍງານການສະແກນແອັບປະກົດຢູ່ດ້ານເທິງຖ້າຂຶ້ນວ່າ ບໍ່ພົບບັນຫາ ສະແດງວ່າພາຍໃນເຄື່ອງນີ້ແອັບທີ່ຕິດຕັ້ງທັງຫມົດໃນເຄື່ອງເຮົາບໍ່ມີແອັບອັນຕະລາຍປະປົນຢູ່ ແລະຮູ້ຫຼືບໍ່ວ່າ […]